ຫວຽດນາມມີຫຼາຍກາລະໂອກາດເພີ່ມທະວີການສົ່ງອອກໄປຍັງລັດເຊຍ ແລະ ພັນທະພາບພາສີ

ຫວຽດນາມມີຫຼາຍກາລະໂອກາດເພີ່ມທະວີການສົ່ງອອກໄປຍັງລັດເຊຍ ແລະ ພັນທະພາບພາສີ - ảnh 1
ພິ​ທີ​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາການ​ຄ້າ​ເສ​ລີ​ຢ່າງເປັນ​ທາງ​ການ​ລະ​ຫວ່າງ​ຫວຽດ ​ນາມ​ກັບ ພັນ​ທະ​ພາບ​ພາ​ສີ

(vovworld)- ປະ​ຈຸ​ບັນ, ​ຫວຽດ​ນາ​ມ​ໄດ້​ຮັບ​ເລືອກ​ແມ່ນ​ຄູ່​ຮ​່ວມ​ມືທຳ​ອິດ​ຂອງ ພັນ​ທະ​ພາບ​ພາ​ສີ ລັດ​ເຊຍ-ເບ​ລາ​ຣຸດ-ກາ​ຊັກ​ສະ​ຖານ. ການ​ສຳ​ເລັດ​ໂດຍ​ພື້ນ​ຖານ​​ກ່ຽວ​ກັບ​ການ​ເຈ​ລະ​ຈາ ແລະ ສົ່ງ​ເສີມ​ການ​ລົງ​ນາມ​ສັນ​ຍາການ​ຄ້າ​ເສ​ລີ​ຢ່າງເປັນ​ທາງ​ການ​ລະ​ຫວ່າງ​ຫວຽດ​ນາມ​ກັບ ພັນ​ທະ​ພາບ​ພາ​ສີ ກໍ​ແມ່ນ​ເງື່ອນ​ໄຂ​ທີ່​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຍູ້​ແຮງ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດນີ້​ໃນ​ອະ​ນາ​ຄົດ. ທ່ານ ດ​ຣ ລິວ​ບິກ​ໂຮ່ ອະ​ດີດ​ຫົວ​ໜ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຫວຽດ​ນາມ​ໃຫ້​ຮູ້​ວ່າ : 

    “ສະ​ເພາະ​ປະ​ເທດ​ລັດ​ເຊຍ ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ, ບວກ​ກັບ ເບ​ລາ​ຣຸດ ແລະ ກາ​ຊັກ​ສະ​ຖານ ແມ່ນ​ຕະຫຼາດ​ທີ່​ໃຫຍ່​ພໍ​ສົມ​ຄວນ​ສຳ​ລັບ​ຫວຽດ​ນາມ. ພັນ​ທະ​ພາບ​ພາ​ສີນີ້​ສືບ​ຕໍ່​ເປີດ​ກ້​ວາງ​ອອກ, ບໍ່​ພຽງ​ແຕ່​ຢຸດ​ຢູ່​ໃນ 3-4ປະ​ເທດ​ຄື​ໃນ​ປະ​ຈຸ​ບັນ​ເທົ​່ານັ້ນ, ດັ່ງ​ນັ້ນ​ຕະຫຼາດນີ້ ນັບ​ມື້​ນັບ​ມື້​ພັດ​ທະ​ນາ ແລະ ເປີດ​ກ້​ວາງ​ກວ່າ​ເກົ່າ. ດ້ວຍ​ເຫດ​ຜົນ​ເຫຼົ່າ​ນັ້ນ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ມີ​ຄ​ວາມ​ສອດ​ຄ່ອງ​ກັບການ​ກຳ​ນົດ​ທິດ, ທິດ​ທາງ​ຂອງ​ພ​ວກ​ເຮົາ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ແມ່ນສືບ​ຕໍ່​ຫັນ​ບັນ​ດາ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຮູບຫຼາຍ​ແບບ, ຫຼາຍ​ຝ່າຍ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ”

ຂ່າວ/ບົດ​ອື່ນ