ຫວຽດນາມມີຫຼາຍມາດຕະການຄວບຄຸມເຊື້ອພະຍາດMERS

ຫວຽດນາມມີຫຼາຍມາດຕະການຄວບຄຸມເຊື້ອພະຍາດMERS - ảnh 1
ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​
ຫວຽດນາມ ຫງວຽນ​ທິກິມຕ໋ຽນ ​

(vovworld) - ຕໍ່ໜ້າ​ສະພາບ​ເຊື້ອ​ພະຍາດ ​ເມີ​ສ (MERS) ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ​ຢູ່​ບາງ​ປະ​ເທດ​ໃນ​ໂລກ​ເຊັ່ນ: ສ​​ເກົາຫຼີ, ຈີນ ​ແລະ ມີ​ໄພ​ແຜ່​ລະບາດ​ຢ່າງ​ກວ້າງຂວາງ​ນັ້ນ. ​ໃນ​ລາຍການ​ປະຊາຊົນ​ຖາມ, ລັດຖະມົນຕີ​ຕອບ​. ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຫງວຽນ​ທິກິມຕ໋ຽນ ​ໃຫ້​ຮູ້​ວ່າ, ທາງ​ກະຊວງ​ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຄວບ​ຄຸມ​ເຊື້ອ​ພະຍາດ​ນີ້:

ກະຊວງ​ສາທາລະນະ​ສຸກ​ໄດ້​ປະຊຸມ​​ຄະນະ​ຊີ້​ນຳ​ສູນ​ກາງກັບ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ, ຊີ້​ນຳ​ຈັດ​ຕັ້ງ​ຄະນະ​ກວດກາ, ຕິດຕາມ​ກວດກາ, ເຝິກອົບຮົມ​ໃຫ້​ບັນດາ​ພະນັກງານ​ກຽມ​ເພື່ອ, ປິ່ນປົວ​ພະຍາດ, ກະກຽມ​ຢຸກຢາ​ເພື່ອ​ສະກັດ​ກັນ​ເຊື້ອ​ພະຍາດ​ຢູ່​ດ່ານ​ຊາຍ​ແດນ ສຳລັບຜູ້​ທີ່​ມາ​ຈາກ​ເຂດ​ມີ​ເຊື້ອ​ພະຍາດຢ່າງ​ຂ້ຽວຂາດ. ປະຕິບັດ​ການ​ຄວບ​ຄຸມ​ເຊື້ອ​ພະຍາດ ​ແລະ ​ແຍກ​ຕົວ​ອອກ​ຢູ່​ໂຮງໝໍສຳລັບ​ກໍລະນີ​ຖືກ​ສົງ​ໄສ​ຕິດພະຍາດຢ່າງ​ເຂັ້ມ​ງວດ. ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຂະ​ແໜງ​ສາທາລະນະ​ສຸກ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ອົງການ​ອະນາ​ໄມ​ໂລກ​ວ່າ ​ແມ່ນ​ບັນດາ​ມາດ​ຕະການ​ຂ້ຽວຂາດ​ໃນ​ວຽກ​ງານ​ຄວບ​ຄຸມ​ເຊື້ອ​ພະຍາດ​ ເມີ​ສ“.

 


ຂ່າວ/ບົດ​ອື່ນ