ຫວຽດນາມມອບ ໂຮງຮຽນສາມັນກິນນອນ ໃຫ້ແກ່ຂວາງຊຽງຂວາງ

ຫວຽດນາມມອບ ໂຮງຮຽນສາມັນກິນນອນ ໃຫ້ແກ່ຂວາງຊຽງຂວາງ - ảnh 1

(ພາບປະກອບ: dantri.com.vn )

(vovworld)-  ​ ​ ຕອນ​ບ່າຍ​ວັນ​ທີ 9/9, ຢູ່​ເທດສະບານ​ເມືອງ​ພົນ​ສະຫວັນ, ​ແຂວງ​ຊຽງ​ຂວາງ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າ​ງຫວຽດນາມ ສົມທົບ​ກັບ​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ລາວ, ອຳ​ນາ​ດການ​ປົກຄອງ​ແຂວງ​ຊຽງ​ຂວາງ ​ໄດ້​ຈັດ​ພິມີມອບ​ໂຮງຮຽນ​ສາມັນ​ກິນນອນ​​ໃຫ້​ແກ່​​ແຂວງ​ຊຽງ​ຂວາງ. ​ໂຄງການ​ດັ່ງກ່າວ​ແມ່ນ​ຂອງຂວັນ​ຂອງ​ລັດຖະບານ​ຫວຽດນາມ ທີ່​ມີ​ມູນ​ຄ່າ​ກ່ວາ 63 ຕື້​ດົ່ງ ​ໂດຍ​ບໍລິສັດ​ໃຫ່ຍຮ່ວມ​ມື​ເສດຖະກິດ​ທະຫານ​ເຂດ​ 4 ປະຕິບັດ​ການ​ກໍ່ສ້າງ. ​ໂຄງການ​ລວມມີ: ອາຄານຫ້ອງ​ທົດ​ລອງ 2 ຊັ້ນ, ອາຄານ​ຫໍສະໝຸດ 2 ຊັ້ນ, ຫໍ​ພັກ 3 ຊັ້ນ, ​ເຮືອນຄົວ 1 ຊັ້ນ…​ໂຄງການ​ມີ​ຄວາມ​ໝາຍ​ເພື່ອ​ຍົກ​ສູງ​ພື້ນຖານ​ດ້ານ​ວັດຖຸ​ໃຫ້​ແກ່​ພາລະກິດ​ການ​ກໍ່ສ້າງ​ຂອງ​ລາວ ​ແລະ ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ