ຫ​ວຽດ​ນາມມອບຫຼຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ແກ່​ຫໍ​ພິ​ພິ​ທະ​ພັນ​ໄກ​ສອນ​ພົມ​ວິ​ຫານ

(VOVWORLD) - ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ສະແດງຄວາມເປັນກຽດເມື່ອຫໍພິພິທະພັນໄກສອນ ພົມວິຫານໄດ້ຮັບຫຼຽນໄຊມິດຕະພາບຈາກລັດ ຫວຽດນາມ.
ຫ​ວຽດ​ນາມມອບຫຼຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ແກ່​ຫໍ​ພິ​ພິ​ທະ​ພັນ​ໄກ​ສອນ​ພົມ​ວິ​ຫານ - ảnh 1ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ມອບຫຼຽນໄຊມິດຕະພາບໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ (ພາບ: TTXVN)

ຕອນເຊົ້າວັນທີ 7 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ຕາງໜ້າພັກ ແລະ ລັດ ຫວຽດນາມ ມອບຫຼຽນໄຊມິດຕະພາບໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ, ຍ້ອນບັນດາຜົນງານ ແລະ ການອຸທິດສ່ວນອັນ ໃຫຍ່ຫຼວງເຂົ້າໃນການເຊີດຊູປະທານໂຮ່ຈີມີນ, ນັກວິລະຊົນປົດປ່ອຍຊາດ ຫວຽດນາມ, ພ້ອມທັງແມ່ນນັກວັດທະນະທຳທີ່ດີເລີດຂອງໂລກ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ຕີລາຄາສູງ ຫໍພິພິທະພັນໄກສອນ ພົມວິຫານ ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າໃນການເຊີດຊູປະທານໂຮ່ຈີມິນ, ພ້ອມທັງສະແດງຄວາມຫວັງໃຫ້ຫໍພິພິທະພັນ ໄກສອນ ພົມວິຫານສືບຕໍ່ເສີມຂະຫຍາຍການປະຕິບັດວຽກງານນີ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງໃຫ້ແກ່ນ້ຳໃຈສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ.

ໂດຍຕາງໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ຮ່ອງຮອຍສະຖານການນຳປະຕິວັດ ລາວ ທີ່ໄດ້ຮັບຫຼຽນໄຊມິດຕະພາບຂອງປະທານປະເທດ ຫວຽດນາມ, ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ສະແດງຄວາມເປັນກຽດເມື່ອຫໍພິພິທະພັນໄກສອນ ພົມວິຫານໄດ້ຮັບຫຼຽນໄຊມິດຕະພາບຈາກລັດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ