ຫວຽດນາມມານະພະຍາຍາມປະຕິບັດບັນດາມາດຕະການຫລຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງ

ຫວຽດນາມມານະພະຍາຍາມປະຕິບັດບັນດາມາດຕະການຫລຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງ - ảnh 1
(ພາບປະກອບ)

(vovworld) – ​ ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ໃນລະດັບ​ປານ​ກາງ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ ຢູ່​ເຂດ​ຫາງ​ໄກ​ສອກ​ຫຼິກ ຍັງ​ມີ​​ປະຊາຊົນ​ພາກສ່ວນ​ໜຶ່ງມີ​ລະດັບຄອງ​ຊີບຕ່ຳຢູ່. ​ເນື່ອງ​ໃນ​ໂອກາດ​ເດືອນ​ກະທຳ​ເພື່ອ​ຄົນ​ທຸກ​ຍາກ, ​ໃນ​ລາຍການ “ປະຊາຊົນ​ຖາມ, ລັດຖະມົນຕີ​ຕອບ” ວັນ​ທີ 18/10, ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້ຕອບ​ບາງ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ນະ​ໂຍບາຍ​ຂອງ ພັກ, ລັດ ໜູນ​ຊ່ວຍ​ປະຊາຊົນ​ຫລຸດ​ພົ້ນ​ອອກ​ຈາກຄວາມທຸກ​ຍາກ​ຢ່າງໝັ້ນຄົງ.

        ທ່ານ​ນາງລັດຖະມົນຕີ​ໃຫ້​ຮູ້​ວ່າ: ຫວ່າງ​ແລ້ວ​ນີ້ ​ເມື່ອ​ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ຫວຽດນາມ ​ໄດ້​ສຳ​ເລັດ​ຜົນ​ກ່ອນກຳນົດ​ເວລາ 2 ປີ​ເມື່ອ​ທຽບ​ໃສ່​ຄຳ​ໝັ້ນສັນຍາ​ສາກົນ, ​ແມ່ນ​ໜຶ່ງ​ໃນ 6 ປະ​ເທດ​ປະຕິບັດ​ບັນດາ​ຄາດ​ໝາຍ​ພັດທະນາ​ສະຫັດ​ສະ​ວັດ​ກ່ຽວ​ກັບການຫລຸດຜ່ອນ​ຄວາມທຸກ​ຍາກ​​ໄວ​ສຸດ. ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ ຊີ້​ແຈ້ງວ່າ:

        “ລັດຖະບານ​ໄດ້​ຜັນ​ຂະຫຍາຍ ​ແລະ ປະກາດ​ໃຊ້​ນະ​ໂຍບາຍ​ລະອຽດ​ໜູນ​ຊ່ວຍ​ຄົນ​ທຸກ​ຍາກຫລາຍ​ສະບັບ. ທີ 2 ​ແມ່ນ​ໜູນ​ຊ່ວຍ​ກ່ຽວ​ກັບ​ສາທາລະນະ​ສຸກ, ຄອບຄົວ​ທຸກ​ຍາກ​ໄດ້​ຮັບໜູນ​ຊ່ວຍ​ບັດ​ປະ​ກັນສຸຂະພາບ 100%, ຄອບຄົວ​ໃກ້​ຈະ​ຕົກ​ຢູ່​ໃນ​ລະດັບ​ທຸກ​ຍາກ​ໄດ້​ຮັບ​ໜູນ​ຊ່ວຍ 70% ຂອງ​ບັດ​ປະກັນ​ສຸຂະພາບ, ​ໄດ້​ຮັບໜູນ​ຊ່ວຍ​ດ້ານ​ການສຶກສາ, ໜູນ​ຊ່ວຍ 64 ​ເມືອງ​ທຸກ​ຍາກ​ລົງທຶນ​ພື້ນຖານ​ໂຄງ​ລ່າງ, ​ກິດຈະກຳຊົນລະປະທານ, ຄົມມະນາຄົມ​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຂດປະສົມ​ຄວາມ​ທຸກ​ຍາກ”.

 

ຂ່າວ/ບົດ​ອື່ນ