ຫວຽດນາມ,ມາເລເຊຍມານະພະຍາຍາມຊຸກຍູ້ການຮ່ວມມືເສດຖະກິດ

ຫວຽດນາມ,ມາເລເຊຍມານະພະຍາຍາມຊຸກຍູ້ການຮ່ວມມືເສດຖະກິດ - ảnh 1
ພາບ​ປະ​ກອບ

 (vovworld) – ທີ່ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ການ​ຄ້າ ຫວຽດ​ນາມ - ມາ​ເລ​ເຊຍ ຄັ້ງ​ທີ 3 ຈັດ​ຕັ້ງ​ໃນ​ວັນ​ທີ 25/4 ຢູ່​ນະ​ຄອນຫຼວງ Kuala Lumpur, ປະ​ເທດ​ ມາ​ເລ​ເຊຍ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຮ່ວມ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ຫວູ​ຮູຍ​ຮ່​ວາງ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ​ສາ​ກົນ ແລະ ອຸ​ດສາ​ຫະ​ກຳ ມາ​ເລ​ເຊຍ Mustapa Mohamed, ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ກາ​ນ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ນຳ​ກັນວ່າ: ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ດ້ານ​ການ​ຄ້າ 2 ຝ່າຍ, ພ້ອມ​ທັງ​ເນັ້ນ​ໜັກ​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ, 2 ຝ່າຍ​ຄວນ​ຫລຸດ​ຜ່ອນ ຫຼື ລົບ​ລ້າງ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ ແລະ ຫັນ​ລະ​ບຽບ​ການ​ບໍ​ລິ​ຫານ​ທີ່​ມີ​ລັກ​ສະ​ນະ​ຮູບ​​ການ​ເປັນ​ງ່າຍ​ດາຍ. ກອງ​ປະ​ຊຸມກໍ່​ປຶກ​ສາ​ຫາ​ລື​ຂໍ້​ສະ​ເໜີ​ກ່ຽວ​ກັບ​ບົດ​ບັນ​ທຶກ​ຊ່ວຍ​ຈຳ 2 ຝ່າຍ​ໃນ​ຂົງ​ເຂດ​ການ​ຢາ, ປະ​ຕິ​ບັດ​ບ​ັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ການ​ຄ້າ 2 ຝ່າຍ​ລະ​ຫວ່າງ​ອົງ​ການ​ພັດ​ທະ​ນາ​ການ​ຄ້າ​ຕ່າງ​ປະ​ເທດ ມາ​ເລ​ເຊຍ ແລະ ກົມ​ສົ່ງ​ເສີມ​ການ​ຄ້າ ຫວຽດ​ນາມ, ໃນ​ນັ້ນ​ລວມ​ມີ​ການ​ຊຸກ​ຍູ້​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ຜູ້​ແທນ​ດ້ານ​ການ​ຄ້າ, ກໍ່​ຄື​ເຂົ້າ​ຮ່ວມ​ບ​ັນ​ດາ​ງານ​ຕະຫຼາດ​ນັດ, ງານ​ວາງ​ສະ​ແດງ​ການ​ຄ້າ​ຢູ່​ທັງ 2 ປະ​ເທດ. ກອງ​ປະ​ຊຸມກໍ່​ເຕື້ອງ​ເຖິງ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊ​ຽນ, ເຊິ່ງຄາດ​ວ່າ​ຈະ​​ຮັບ​ການ​ສ້າງ​ຕັ້ງ​ໃນ​ທ້າຍ​ປີນີ້ ດ້ວຍ​ຈຸດ​ປະ​ສົງ​ສ້າງ​ຕັ້ງ​ຮາກ​ຖານ​ຜະ​ລິດ ແລະ ຕະຫຼາດ​ລວມ​ໃນ​ພາກ​ພື້ນ 10 ປະ​ເທດ ອາ​ຊຽນ.


ຂ່າວ/ບົດ​ອື່ນ