ຫວຽດນາມ-ມຽນມາ ເພີ່ມທະວີການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ

ຫວຽດນາມ-ມຽນມາ ເພີ່ມທະວີການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ - ảnh 1
ທ່ານນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ
ທ່ານ​ປະທານາທິບໍດີ ມຽນມາ Thein Sein ຕາມ​ພິທີການ​ທູດ
(ພາບ: TTXVN)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ແຫ່ງ​ສາທາລະນະ​ລັດ​ສະຫະພັນ ມຽນມາ ຢ່າງ​ເປັນ​ທາງ​ການ, ວັນ​ທີ 11/3, ຢູ່​ນະຄອນຫຼວງ Naypyidaw , ທ່ານນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ປະທານາທິບໍດີ ມຽນມາ Thein Sein ຕາມ​ພິທີການ​ທູດ  ​ແລະ ​ເຈລະຈາ​ກັບ​ທ່ານ​ຮອງ​ປະທານາທິບໍດີ ມຽນມາ Nyan Tun. ​ເນື່ອງ​ໃນ​ໂອກາດ​ນີ້, 2 ຝ່າຍ​​ເປັນ​ເອກະສັນ​ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ການ​ຮ່ວມ​ມື 2 ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ຈະ​ຈັດ​ການ​ປະຊຸມ​ຄະນະ​ກຳມະການ​ປະສົມ ຫວຽດນາມ-​ມຽນມາ ຄັ້ງ​ທີ 8​ ໂດຍ​ໄວ; ຍູ້​ແຮງ​ກາ​ນຮ່ວມ​ມື​ເສດຖະກິດ,​ ການ​ຄ້າ ​ແລະ ການ​ລົງທຶນ, ນຳ​ວົງ​ເງິນ​ການ​ຄ້າ 2 ປະ​ເທດ​ບັນລຸ ​ແລະ ລື່ນ​ກາຍ 500 ລ້ານ USD ​ໃນ​ປີ 2015; ສືບ​ຕໍ່​ຮ່ວມ​ມື​ກ່ຽວ​ກັບ​ການປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​ແໜ້ນ​ແຟ້ນ; ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອື່ນໆ​ຄື: ກະສິກຳ, ປ່າ​ໄມ້, ສິນ​ໃນ​ນ້ຳ, ການລ້ຽງສັດ, ການ​ເງິນ-​ການ​ທະນາຄານ,​ ການຄົມມະນາຄົມ, ນ້ຳມັນ​ອາຍ​ແກັດ,​ ການທ່ອງ​ທ່ຽວ… ການ​ນຳ​ຂັ້ນ​ສູງ ມຽນມາ ​ໄດ້​ເຫັນ​ດີ​ພິຈາລະນາສະໜອງໜັງສືອະນຸຍາດ​ໃຫ້​ທະນາຄານ​ລົງທຶນ ​ແລະ ພັດທະນາ ຫວຽດນາມ (BIDV) ​ເປີດ​ສາຂາ​ຢູ່ ມຽນມາ, ສ້າງ​ເງື່ອ​ນໄຂ​ໃຫ້​​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ ຫວຽດນາມ ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​​ສຳ​ຫຼວດ​ນ້ຳມັນ​ອາຍ​ແກັດ​ຢູ່ ມຽນມາ, ພິຈາລະນາ​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວຮ່ວມ​ທຸລະ​ກິດຂອງ​ກຸ່ມ​ບໍລິສັດ Viettel ກັບ​ ບໍລິສັດ Yantanarporn Teleport, ພ້ອມ​ທັງ​ເຫັນ​ດີ​ຊຸກຍູ້​ການ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ມຽນມາ-​ຫວຽດນາມ ​ເພື່ອ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ ລະຫວ່າງປະຊາຊົນ 2 ປະ​ເທດ. ການ​ນຳ​ຂັ້ນ​ສູງ ມຽນມາ ກໍ່​ສະ​ເໜີ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຜະລິດ ​ແລະ ສຳ​ພັດ​ຕະຫຼາດ​ເຂົ້າສານ, ຢາງ​ພາລາ; ການ​ຮ່ວມ​ມື​ລ້ຽງ​ປູກ​ສິນ​ໃນ​ນ້ຳ, ປາກະຊັງ​ນ້ຳຈືດ, ຜະລິດ​ຜັກ ​ແລະ ໝາກ​ໄມ້​ໂດຍ​ໄວ. 2 ຝ່າ​ຍກໍ່​ຢືນຢັນ​ວ່າ ຈະ​ສືບ​ຕໍ່​​ຮ່ວມມື​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນຢ່າ​ງ​ແໜ້ນ​ແຟ້ນ, ພິ​ເສດ​ແມ່ນ​ໃນ​ບັນດາ​ກົນ​​ໄກ​ຮ່ວມ​ມື​ເຂດ​ອະນຸ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ