ຫວຽດນາມມີແງ່ຫວັງກາຍເປັນ “ສູນSilicon”ຂອງອາຊຽນ

ຫວຽດນາມມີແງ່ຫວັງກາຍເປັນ “ສູນSilicon”ຂອງອາຊຽນ - ảnh 1
ຮູບ​ແບບ ສູນ Silicon ຢູ່ ດາ​ຫນັງ

(vovworld)- ວັນ​ທີ 9/2, ຫນ້າ​ເວັບ ຂອງ “Asia Correspondent” ໄດ້​ລົງ​ພິມ​ບົດ​ຂຽນ​ໂດຍ​ຖື​ວ່າ: ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ດີ​ສຸດ​ເພື່ອ​ກາຍ​ເປັນ “ສູນ  Silicon” ຢູ່ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ໃນ​ສະ​ພາບ​ການ​ສ່ວນ​ຫລາຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ປະ​ຊາ​ຄົມ​ເສດ​ຖະ​ກິດ ອ​າ​ຊຽນ (AEC) ລ້ວນ​ແຕ່​ຢາກ​ພັດ​ທະ​ນາ​ຂະ​ແຫນງ​ເຕັກ​ໂນ​ໂລ​ຊີ​ມີ​ລັກ​ສະ​ນະ​ແກ້ງ​ແຍ້ງນີ້. ຕາມ​ບົດ​ຂຽນ​ດັ່ງ​ກ່າວ​ແລ້ວ, ແງ່​ຫວັງ​ດັ່ງ​ກ່າວຂອງ​ຫວຽດ​ນາມ ຍ້ອນ​ມີ​ບັນ​ດາ​ນະ​ໂຍ​ບາຍ​ການ​ສຶກ​ສາ​ສຳ​ເລັດ​ຜົນ​ໃນ​ໄລ​ຍະ​ຜ່ານ​ມາ, ການ​ຫນູນ​ຊ່ວຍ​ຂອງ​ລັດ​ຖະ​ບານ ແລະ ສະ​ພາບ​ແວດ​ລ້ອມ​ຢ່າງ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ຕາມ​ບົດ​ຂຽນ​ດັ່ງ​ກ່າວ​ແລ້ວ, ຄວາມ​ດູດ​ດື່ມ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ກຳ​ລັງ​ຄົນ​ງານ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ, ລາຍ​ຈ່າຍ​ຕ່ຳ​ກວ່າ​ກຳ​ລັງ​ຄ້າຍ​ຄື​ກັນ​ຂອງ​ຈີນ ແລະ ເຮັດ​ວຽກ​ມີ​ສະ​ມັດ​ຕະ​ພາບກວ່າ​ບັນ​ດາ​ປະ​ເທດ​ອື່ນ​ໃນ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ. 


ຕອບກັບ

ຂ່າວ/ບົດ​ອື່ນ