ຫວຽດນາມມີແຜນນະໂຍບາຍຊຸກຍູ້ການອົບພະຍົບຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພແລະເປັນລະບຽບຮຽບຮ້ອຍ

(VOVWORLD) - ຮອດວັນທີ 01 ມິຖຸນາມີພົນລະເມືອງຫວຽດນາມຕື່ມອີກ 80 ຄົນທີ່ໄດ້ສົ່ງກັບເມືອປະເທດ, ຍົກ ຍອດຈຳນວນພົນລະເມືອງກັບເມືອປະເທດດ້ວຍຄວາມປອດໄພຂຶ້ນເປັນ 140 ຄົນໃນຈຳນວນ 437 ຄົນໃນເຫດກູ້ຊ່ວຍພົນລະເມືອງຫວຽດນາມຢູ່ບ່ອນລີ້ໄພແຂວງ Pampanga
ຫວຽດນາມມີແຜນນະໂຍບາຍຊຸກຍູ້ການອົບພະຍົບຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພແລະເປັນລະບຽບຮຽບຮ້ອຍ - ảnh 1ທ່ານຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຫງວຽນດຶກທັງ
(ພາບ: baoquocte.vn)

        ຕອນບ່າຍວັນທີ 01 ມິຖຸນາ, ຢູ່ຮ່າໂນ້ຍ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບສະພາບການປົກປ້ອງພົນລະເມືອງໃນເຫດກູ້ຊ່ວຍພົນລະເມືອງຫວຽດນາມຢູ່ຟີລິບປິນ, ທ່ານຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຫງວຽນດຶກທັງ ໃຫ້ຮູ້ວ່າ, ຮອດວັນທີ 01 ມິຖຸນາມີພົນລະເມືອງຫວຽດນາມຕື່ມອີກ 80 ຄົນທີ່ໄດ້ສົ່ງກັບເມືອປະເທດ, ຍົກ ຍອດຈຳນວນພົນລະເມືອງກັບເມືອປະເທດດ້ວຍຄວາມປອດໄພຂຶ້ນເປັນ 140 ຄົນໃນຈຳນວນ 437 ຄົນໃນເຫດກູ້ຊ່ວຍພົນລະເມືອງ ຫວຽດນາມ ຢູ່ບ່ອນລີ້ໄພແຂວງ Pampanga, ໃກ້ກັບນະຄອນຫຼວງ ມານີລາ, ປະເທດຟີລິບຟິນ. ກ່ອນໜ້ານັ້ນ, ວັນທີ 30 ພຶດສະພາ, ມີພົນລະເມືອງ ຫວຽດນາມ 60 ຄົນໄດ້ສົ່ງກັບເມືອປະເທດດ້ວຍຄວາມປອດໄພ. ກະຊວງການຕ່າງປະເທດໄດ້ຊີ້ນຳໃຫ້ສະຖານກົງສູນແລະສະຖານທູດຫວຽດນາມປະຈຳຟີລິບປິນສືບຕໍ່ແລກປ່ຽນກັບຝ່າຍຟີລິບປິນເພື່ອນຳພົນລະເມືອງຫວຽດນາມທີ່ຍັງເຫຼືອກັບເມືອປະເທດດ້ວຍຄວາມປອດໄພ, ຮັບປະກັນບັນດາສິດ, ຜົນປະໂຫຍດອັນຊອບທຳຂອງພົນລະເມືອງຫວຽດນາມ.

        ກ່ຽວຂ້ອງເຖິງອຸບັດຕິເຫດຢູ່ນະຄອນຈິງຊີ, ແຂວງກວາງຊີ, ປະເທດຈີນ, ໃນວັນທີ 19 ພຶດສະພາເຮັດໃຫ້ 11 ຄົນເສຍຊີວິດແລະ 2 ຄົນຮັບບາດເຈັບ, ທ່ານຫງວຽນດຶກທັງໃຫ້ຮູ້ວ່າ, ສະຖານກົງສູນ, ສະຖານທູດແລະກົງສູນໃຫຍ່ຫວຽດນາມປະຈຳໜານໜິງໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງປະເທດປະຈຳຖິ່ນແນະນຳແລະໜູນຊ່ວຍຄອບຄົວຜູ້ຖືກເຄາະຮ້າຍດຳເນີນບັນດາລະບຽບການ, ບັນຫາຕ່າງໆເພື່ອນຳຊາກສົບກັບເມືອປະເທດ, ດຳເນີນບັນດາມາດຕະການປົກປ້ອງພົນລະເມືອງທີ່ຈຳເປັນ, ນຳພົນລະເມືອງ 2 ຄົນທີ່ຖືກຮັບບາດເຈັບກັບເມືອປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ