ຫວຽດນາມມີແຜນນະໂຍບາຍພ້ອມກັບອາຊຽນຮັບປະກັນສັນຕິພາບ,ສະຖຽນລະພາບ,ຮ່ວມມືເພື່ອພັດທະນາຢູ່ທະເລຕາເວັນອອກ

ຫວຽດນາມມີແຜນນະໂຍບາຍພ້ອມກັບອາຊຽນຮັບປະກັນສັນຕິພາບ,ສະຖຽນລະພາບ,ຮ່ວມມືເພື່ອພັດທະນາຢູ່ທະເລຕາເວັນອອກ - ảnh 1
(ພາບ​ປະ​ກອບ)

(vovworld) -​ ວັນ​ທີ 03/12, ຜູ້​ຕາງ​ໜ້າ​ສະ​ຖານ​ທູດ​ບັນ​ດາ​ປະ​ເທດສະ​ມາ​ຊິກ​ອາ​ຊຽນ ປະ​ຈ​ຳ ອັກ​ຊັງ​ຕິນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ຫຼຸບ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ອາ​ຊຽນ ​ປີ 2015, ເຊິ່ງ​ຈັດ​ຂຶ້ນ​ຢູ່​ເຮືອນ​ອາ​ຊີ, ນະ​ຄອນ​ຫຼວງ Buenos Aires. ຄະ​ນະ​ຜູ້​ແທນ​​ຫວຽດ​ນາມ ໂດຍ​ທ່ານ​ເລ​ຂາ​ຜູ້​ທີ 2 ສະ​ຖານ​ທ​ູ​ດ​ຫວຽດ​ນ​າມ ປະ​ຈຳ​ອັກ​ຊັງ​ຕິນ ເລ​ແທງ​ຊວນ ນຳ​ໜ້າ​ເຂົ້າ​ຮ່ວມເຫດ​ການ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ເລ​ແທງ​ຊວນ ຢືນ​ຢັນ​, ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ ເຂົ້າ​ໃນ​ວິ​ວັດ​ທະ​ນາ​ການ​ຂອງ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ, ຖືນີ້​ແມ່ນ​ຂີດ​ໝາຍ​ປະ​ຫວັດ​ສາດ​ຂອງ​ການ​ຮ່ວ​ມ​ສຳ​ພັນ​ພາ​ກ​ພື້ນ, ເປັນ​ຂີດ​ໝາຍ​ຫັນ​ປ່ຽນ​ຍຸດ​ທະ​ສາດ​ຂອງ​ອາ​ຊຽນ ແລະ ເປັນ​ການ​ເປີດ​ຊາກ​ໃຫ້​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຢູ່​ໃນ​ລະ​ດັບ​ສູງກວ່າ. ຫວຽດ​ນາມ ຍາ​ມ​ໃດ​ກໍ​ມີ​ແຜ​ນນະ​ໂຍ​ບາຍ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ບັນ​ດ​າ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ນຳ​ທະ​ເລ​ຕາ​ເວັນ​ອອກ​ໃຫ້​ກາຍ​ເປັນ​ພາກ​ພື້ນ​ມີ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ​ມີ​ການຮ່ວມ​ມື​ເພື່​ອ​​ພັດ​ທະ​ນາ.

      ທີ່​ພິ​ທີ​ສະ​ຫຼຸບ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ເທດ​ຕ່າງໆ ກໍ​ສະ​ເໜີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ປະ​ເທດ​ຕົນ​ໃນ​ຊຸມ​ປີ​ຜ່ານ​ມາ ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ຢູ່​ພາກ​ພື້​ນ. ທ່ານ​ນາງ​ອຸ​ປະ​ທູດ​ຊົ່ວ​ຄາວ, ສະ​ຖ​າ​ນທູດ​ຟີ​ລິບ​ປີນ Carmela Babreira ເນັ້ນ​ໜັກ​ວ່າ, ສັນ​ຕິ​ພາບ ແລະ ​ຄວາມ​ສະ​ຫງົບ​ຢູ່​ອາ​ຊີ - ປາ​ຊີ​ຟິກ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່່ຽງ​ໃຕ້ ຍາມ​ໃດ​ກ​ໍ​ຕິດ​ພັນ​ກັບ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ, ໂ​ດຍ​ສະ​ເພາະ​ແມ່ນ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ແບ່ງ​​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ດາ​ການ​ຜັນ​ແປ​ທີ່​ສັບ​ສົນ​ໃນ​ໄລ​ຍະ​ມໍ່ໆ​ມານີ້​ຢູ່​ພາ​ກ​ພື້ນ, ໂ​ດຍ​ສະ​ເພາະ​ແມ່ນ​ການ​ເຄື່ອ​ນຳ​ໄຫວ​ຖົມ​ດິນ​ເປັນ​ເກາະ ແລະ ກໍ່​ສ້າງ​ບັນ​ດາ​ເກາະ​ມີ​ຂອບ​ຂະ​ໜາດ​ໃຫຍ່, ເຮັດ​ໃຫ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ, ເກີດ​ບັນ​ດາ​ຜົນ​ກະ​ທົບ​ທີ່​ຮ້າຍ​ແຮງ ແລະ ຍາວ​ນານ, ໃນ​ນັ້ນ​ມີ​​ການ​ນຳ​ໃຊ້​ກຳ​ລັງ​ທະ​ຫານ ແລະ ເກີດ​ການ​ປະ​ທະ​ກັນ, ສົ່ງ​ຜົນ​ສະ​ທ້ອນ​ເຖິ​ງ​ສັນ​ຕິ​ພາບ ແລະ ຄວາມ​ສະ​ຫງົບ​ປອ​ດ​ໄພ​ຢ​ູ່​ພາກ​ພື້ນ.

ຂ່າວ/ບົດ​ອື່ນ