ຫວຽດ​ນາມ​ມີ​ໂອ​ກາດ​ສຳ​ຜັດ​ກັບ​ຕະຫຼາດ​ທຶນ​ການ​ຄ້າ ທີ່​ກ້​ວາງ​ໃຫຍ່

(VOVWORLD) - ຫວຽດນາມມີໂອກາດໄດ້ສຳຜັດກັບຕະຫຼາດທຶນການຄ້າທີ່ກວ້າງໃຫຍ່, ສາມາດມີຄວາມເປັນເຈົ້າການ, ໄຫວພິບກ່ວາກ່ຽວກັບການລະດົມ ແລະ ນຳໃຊ້ທຶນ.
ຫວຽດ​ນາມ​ມີ​ໂອ​ກາດ​ສຳ​ຜັດ​ກັບ​ຕະຫຼາດ​ທຶນ​ການ​ຄ້າ ທີ່​ກ້​ວາງ​ໃຫຍ່ - ảnh 1ກອງປະຊຸມສຳມະນາທີ່ສະຖານທີ່ຖ່າຍສົດ ຢູ່ຮ່າໂນຍ (ພາບ: TTXVN) 

ໃນລະຫວ່າງວັນທີ 7 – 8 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການເງິນ ຫວຽດນາມ ໄດ້ສົມທົບກັບກອງທຶນເງິນຕາສາກົນ (IMF) ແລະ ບັນດານັກຊ່ຽວຊານສາກົນເພື່ອຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເພີ່ມທະວີການພົວພັນກັບນັກລົງທຶນ”. ທ່ານເຈືອງຮຸ່ງລອງ, ຫົວໜ້າກົມຄຸ້ມຄອງໜີ້ສິນ ແລະ ການເງິນຕ່າງປະເທດ (ກະຊວງການເງິນ), ໃຫ້ຮູ້ວ່າ ບົດບາດ, ທີ່ຕັ້ງຂອງ ຫວຽດນາມຢູ່ຕົ້ນໄລຍະ 2021 – 2025 ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຢ່າງ. ຫວຽດນາມມີໂອກາດໄດ້ສຳຜັດກັບຕະຫຼາດທຶນການຄ້າທີ່ກວ້າງໃຫຍ່, ສາມາດມີຄວາມເປັນເຈົ້າການ, ໄຫວພິບກ່ວາກ່ຽວກັບການລະດົມ ແລະ ນຳໃຊ້ທຶນ.

        ຢູ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ ກໍ່ປຶກສາຫາລືກ່ຽວກັບການປະຕິບັດຕົວຈິງຂອງການຜັນຂະຫຍາຍກ່ຽວກັບການພົວພັນກັບນັກລົງທຶນໃນປັດຈຸບັນ, ວິວັດການສົມທົບກັນລະຫວ່າງ ບັນດາອົງການ ແລະ ບັນດາລະບຽບການກ່ຽວກັບການເປີດເຜີຍ, ລາຍງານ, ຂໍ້ມູນ. ກອງປະຊຸມສຳມະນາ ໄດ້ດຳເນີນໃນສະພາບການ ລັດຖະບານ ຫວຽດນາມ ພວມສ້າງບັນດາເອກະສານສຳຄັນ, ລາຍງານຕໍ່ສະພາແຫ່ງຊາດເພື່ອຮັບຮອງເອົາການກຳນົດທິດການພັດທະນາເສດຖະກິດ ສັງຄົມ, ຄຸ້ມຄອງປີການເງິນ, ໜີ້ສາທາລະນະ... ໃຫ້ແກ່ໄລຍະ 2021 – 2025.


ຕອບກັບ

ຂ່າວ/ບົດ​ອື່ນ