ຫວຽດ​ນາມຢັ້ງຢືນ​ມີ​ຜູ້​ຕິດ​ເຊື້​ອ​ພະ​ຍາດ Covid – 19 ຄົນໃໝ່​ຕື່​ມ​ອີກ 11 ຄົນ

(VOVWORLD) -ຕອນຄ່ຳວັນທີ 24 ມີນາ, ກະຊວງສາທາລະນະສຸກໄດ້ປະກາດວ່າມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 11 ຄົນ, ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຫວຽດນາມຂຶ້ນເຖິງ 134 ຄົນ.
ຫວຽດ​ນາມຢັ້ງຢືນ​ມີ​ຜູ້​ຕິດ​ເຊື້​ອ​ພະ​ຍາດ Covid – 19 ຄົນໃໝ່​ຕື່​ມ​ອີກ 11 ຄົນ - ảnh 1ບັນດາພະນັກງານຢູ່ເຂດແຍກຕົວຢູ່ນະຄອນໂຮ່ຈີມິນ (ພາບ: tuoitre.vn) 

ຢູ່ພາກເໜືອ, ຫ໋າຍຝ່ອງແລະຮ່າໂນ້ຍໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 2 ຄົນເຊິ່ງແມ່ນນັກສຶກສາທີ່ພວມຮຽນຢູ່ອັງກິດ.

ກໍລະນີຕິດເຊື້ອພະຍາດ Covid – 19 ຜູ້ທີ 130, 131 ແລະ 132 ລ້ວນແຕ່ແມ່ນແຂກທ່ອງທ່ຽວມາຈາກແອັດສະປາຍ, ຜ່ານແດນລັດເຊຍແລະເຂົ້າເມືອງຫວຽດນາມຕໍ່ ຢູ່ສະໜາມບິນໂນ້ຍບ່າຍໃນວັນທີ 22 ມີນາໃນຖ້ຽວບິນ SU290. ປັດຈຸບັນ, ທັງ 3 ຄົນໄດ້ແຍກຕົວປິ່ນປົວຢູ່ໂຮງໝໍເຂດຮ້ອນສູນກາງ ຮາກຖານດົງແອັງແລະມີສຸຂະພາບເປັນປົກກະຕິ

ຜູ້ຕິດເຊື້ອພະຍາດ Covid – 19 ທີ 133 (ເພດ:ຍິງ, ອາຍຸ: 66 ປີ), ຢູ່ລາຍເຈົາ, ໄດ້ຮັບການປິ່ນປົວຢູ່ໂຮງໝໍແບັກມາຍໃນເດືອນມີນາ, ມີອາກາດເປັນໄຂ້.

ຜູ້ຕິດເຊື້ອພະຍາດ Covid – 19 ທີ 134 (ເພດ: ຊາຍ, ອາຍຸ 10 ປີ), ຢູ່ຮ່າໂນ້ຍ, ແມ່ນແຂກທ່ອງທ່ຽວຕ່າງປະເທດ, ເຂົ້າເມືອງຫວຽດນາມຢູ່ສະໜາມບິນໂນ້ຍບ່າຍໃນວັນທີ 18 ມີນາໃນຖ້ຽວບິນ SU290. ປັດຈຸບັນ, ບັນດາຄົນເຈັບມີອາການສຸຂະພາບ ແລະ ພວມໄດ້ຮັບການແຍກຕົວປິ່ນປົວ.

ມາຮອດປັດຈຸບັນ, ໃນຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 134 ຄົນຢູ່ຫວຽດນາມ, ມີ 17 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລະອອກໂຮງໝໍແລ້ວ.

ໃນສະພາບການໂລກລະບາດ Covid – 19 ມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ບັນດາທ້ອງຖິ່ນໃນທົ່ວປະເທດໄດ້ມານະພະຍາຍາມຍົກອອກບັນດາວິທີການແກ້ໄຂຢ່າງບໍ່ຢຸດຢັ້ງເພື່ອແນໃສ່ສະກັດກັ້ນ, ຕໍ່ສູ້ກັບໂລກລະບາດ. ທີ່ກອງປະຊຸມທາງອອນລາຍຂອງຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງນະຄອນໂຮ່ຈີມິນໃນຕອນບ່າຍວັນທີ 24 ມີນາ, ທ່ານຫງວຽນຖ້ຽນເຍິນເລຂາ ຄະນະພັກນະຄອນໂຮ່ຈີມິນໄດ້ຮຽກຮ້ອງໃຫ້ເປັນຈິດໜຶ່ງໃຈດຽວກັນ, ມີການເຂົ້າຮ່ວມການປ້ອງກັນ,ສະກັດກັ້ນໂລກລະບາດ Covid – 19 ຂອງບັນດາອົງການ, ຫົວໜ່ວຍແລະປະຊາຊົນ. ທ່ານກ່າວວ່າ:

ໃນ 2 ອາທິດຈະມາເຖິງ, ນະຄອນຕ້ອງມີວິຖີຊີວິດແບບໃໝ່, ປະຢັດກ່ວາ, ມີການເຄື່ອນຍ້າຍໄປ - ມາໜ້ອຍກ່ວາອີກເພື່ອພ້ອມກັບທົ່ວປະເທດ ປະກອບສ່ວນຕາມຄວາມຮຽກຮ້ອງຕ້ອງການໃໝ່, ປະກອບສ່ວນພ້ອມກັບປະເທເພື່ອບໍ່ປະໃຫ້ມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກວ່າ 500 ຄົນໃນ 2 ອາທິດຈະມາເຖິງ. ຍິ່ງຫ່າງໄກຈາກລະດັບການກຳນົດມີຜູ້ຕິດເຊື້ອພະຍາດ Covid -19 1000 ຄົນກໍ່ຍິ່ງດີ. ແຕ່ລະຄົນຕ້ອງປະກອບສ່ວນກຳລັງເຫື່ອແຮງ, ຈິດໃຈ, ຕ້ອງຮ່ຳຮຽນເອົາປະສົບການຈາກປະເທດອື່ນ, ເຖິງວ່າ ຈະປະສົບກັບຄວາມຫຍຸ້ງຍາກຄືແນວໃດກໍບໍ່ປະໃຫ້ຕົກເຂົ້າສູ່ສະພາບຈົນຕາແຈ. ຖ້າວ່າພວກເຮົາມີການຄາດຄະເນດີນັ້ນພວກເຮົາຈະບໍ່ຕົກເຂົ້າສູ່ສະພາບຈົນຕາແຈ, ແຕ່ຖ້າພວກເຮົາມີການຄາດຄະເນບໍ່ດີ, ປະໝາດ, ປະຊາຊົນບໍ່ເປັນເຈົ້າການນັ້ນ ແມ່ນຈະຕົກເຂົ້າສູ່ສະພາບຈົນຕາແຈແລະເສຍຜົນປະໂຫຍດເປັນເວລາດົນນານ.

ຕອບກັບ

ຂ່າວ/ບົດ​ອື່ນ