ຫວຽດ​ນາມ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19​ ທີ່​ກັບ​ມາ​ຈາກ​ຕ່າງ​ປະ​ເທດ​ຕື່ມ​ອີກ 04 ຄົນ

(VOVWORLD) -ໄລ່ຮອດເວລາ 18 ໂມງຂອງວັນທີ 31 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທີ່ກັບມາຈາກຕ່າງປະເທດຕື່ມອີກ 04 ຄົນ, ເຊິ່ງລວມມີ ຊາວຫວຽດນາມ 01 ຄົນ ແລະ ຊາວອິນເດຍ 03 ຄົນ. 
ຫວຽດ​ນາມ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19​ ທີ່​ກັບ​ມາ​ຈາກ​ຕ່າງ​ປະ​ເທດ​ຕື່ມ​ອີກ 04 ຄົນ - ảnh 1ໄລ່ຮອດເວລາ 18 ໂມງຂອງວັນທີ 31 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 1044 ຄົນ 

(ພາບ: ກະຊວງສາທາລະນະລັດ)

ປັດຈຸບັນ, ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດ 104ຄົນ, ໃນນັ້ນ ມີ 707 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ຜູ້ເສຍຊີວິດ 34 ຄົນ.

 ໃນເຫດການທີ່ກ່ຽວຂ້ອງ, ໃນລະຫວ່າງວັນທີ 29 – 30 ສິງຫາ 2020, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ປະຈຳ ອາເມລິກາ, ບໍລິສັດການບິນຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງອາເມລິກາ ເພື່ອນຳສົ່ງພົນລະເມືອງຫວຽດນາມ 350 ຄົນ ກັບມາປະເທດ ຢ່າງປອດໄພ. ຜູ້ໂດຍສານໃນຖ້ຽວບິນມາຈາກບັນດາລັດຢູ່ອາເມລິກາ, ລວມມີ: ເດັກນ້ອຍອາຍຸຕ່ຳກ່ວາ 18 ປີ, ຜູ້ອາຍຸສູງ, ຄົນເຈັບ        ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນເວິນໂດນ, ແຂວງກ໋ວາງນິງ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ