ຫວຽດ​ນາມ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອພະ​ຍາດ Covid – 19 ໃໝ່​ຕື່ມ​ອີກ 5 ຄົນ

(VOVWORLD) - ໃນທົ່ວໂລກ, ຕາມການອັບເດດໃນເວັບໄຊ Worldometers.info ໄລ່ຮອດຕອນເຊົ້າວັນທີ 22 ກໍລະກົດ, ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນຫຼາຍກ່ວາ 15 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 618000 ຄົນ.
ຫວຽດ​ນາມ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອພະ​ຍາດ Covid – 19 ໃໝ່​ຕື່ມ​ອີກ 5 ຄົນ - ảnh 1ພາບປະກອບ:  suckhoedoisong.vn 

ຕອນເຊົ້າວັນທີ 22 ກໍລະກົດ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ: ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 5 ຄົນ, ອັນໄດ້ເຮັດໃຫ້ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຫວຽດນາມຂຶ້ນເປັນ 401 ຄົນ. ບັນດາຜູ້ຕິດເຊື້ອດັ່ງກ່າວແມ່ນມາຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີພາຍຫຼັງເຂົ້າເມືອງຫວຽດນາມ.

        ດັ່ງນັ້ນ, ໄລ່ຮອດເວລາ 6 ໂມງວັນທີ 22 ກໍລະກົດ, ໄດ້ເປັນ 97 ມື້ແລ້ວທີ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ. ມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 365 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ປັດຈຸບັນມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 36 ຄົນພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ, ສ່ວນຫຼາຍມີອາການສຸຂະພາບທີ່ເປັນປົກກະຕິ.

        ໃນທົ່ວໂລກ, ຕາມການອັບເດດໃນເວັບໄຊ Worldometers.info ໄລ່ຮອດຕອນເຊົ້າວັນທີ 22 ກໍລະກົດ, ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນຫຼາຍກ່ວາ 15 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 618000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ