ຫວຽດ​ນາມ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​​ພະ​ຍາດCovid - 19 ຄົນໃໝ່​ຕື່ມ​ອີກ16 ຄົນ

(VOVWORLD) -ຕອນເຊົ້າວັນທີ 28 ມີນາ, ຫວຽດນາມຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດ Covid– 19 ຄົນໃໝ່ຕື່ມອີກ 16 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດCovid– 19 ຢູ່ຫວຽດນາມຂຶ້ນເປັນ 169 ຄົນ.
ຫວຽດ​ນາມ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​​ພະ​ຍາດCovid - 19 ຄົນໃໝ່​ຕື່ມ​ອີກ16 ຄົນ - ảnh 1(ພາບປະກອບ) 

ກ່ອນໜ້ານັ້ນ, ກະຊວງສາທາລະນະສຸກຫວຽດນາມໃຫ້ຮູ້ວ່າ: ວັນທີ 27 ມີນາ, ມີຜູ້ຕິດເຊື້ອພະຍາດCovid– 19 ຈຳນວນ3ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລະໄດ້ອອກໂຮງໝໍແລ້ວແລະໄດ້ສົ່ງໄປຍັງຂັ້ນຮາກຖານຕິດຕາມຕື່ມອີກ 14 ວັນ, ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດCovid– 19ໄດ້ຮັບການປິ່ນປົ່ວຫາຍດີເປັນປົກກະຕິດຂຶ້ນເປັນ 20 ຄົນ,

ບັນດາຜູ້ຕິດເຊື້ອພະຍາດCovid - 19ທີ່ຍັງເຫຼືອແມ່ນພວມໄດ້ຮັບການຕິດຕາມ, ແຍກຕົວປິ່ນປົວຢູ່ຕ່າງຫາກຕາມຮາກຖານສາທາລະນະສຸກ 19 ແຫ່ງໃນທົ່ວປະເທດ. ສ່ວນຫຼາຍມີອາການສຸຂະພາບເປັນປົກກະຕິດີ.

ຕອບກັບ

ຂ່າວ/ບົດ​ອື່ນ