ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 13.137 ຄົນ

(VOVWORLD) -ນັບແຕ່ເວລາ 17 ໂມງ ຂອງວັນທີ 4 ກັນຍາ ຫາ ເວລາ 17 ໂມງຂອງວັນທີ 5 ກັນຍາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 13.137 ຄົນ. ໃນນັ້ນ, ນະຄອນໂຮ່ຈິມິນມີ 6.226 ກໍລະນີ. ແຂວງບີງເຢືອງ 3.540 ກໍລະນີ, ແຂວງດົງນາຍ 1.243 ກໍລະນີ, ຮ່າໂນ້ຍ 53 ກໍລະນີ.
ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 13.137  ຄົນ - ảnh 1ພາບປະກອບ

    ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 524.307  ຄົນ, ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດໃນວັນແມ່ນ  9.211 ຄົນ , ອັນໄດ້ຍົກຍອດຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີ ຂຶ້ນເຖິງ 291.727 ຄົນ.

    ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 281 ຄົນ. ມາຮອດປະຈຸບັນ,  ຍອດຈຳນວນຄົນເຈັບ ຕິດເຊື້ອໂຄວິດ -19 ຖືກເສຍຊີວິດຢູ່ຫວຽດນາມແມ່ນ 13.074 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ