ຫວຽດນາມ​ຢັ້ງຢືນ​ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ - 19 ​ໃໝ່ຕື່ມ​ອີກ 11 ກໍລະນີ ​ເຊິ່ງກ່ຽວຂ້ອງ​ເຖິງ​ໂຮງໝໍດ່າໜັງ

(VOVWORLD) -ຈໍານວນຜູ້ຕິດເຊື້ອໂຄວິດ - 19 ຢູ່ຫວຽດນາມ ຂຶ້ນເຖິງ 431 ກໍລະນີ.
ຫວຽດນາມ​ຢັ້ງຢືນ​ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ - 19 ​ໃໝ່ຕື່ມ​ອີກ 11 ກໍລະນີ ​ເຊິ່ງກ່ຽວຂ້ອງ​ເຖິງ​ໂຮງໝໍດ່າໜັງ - ảnh 1(ພາບ: TTXVN) 

ຄະນະຊີ້ນໍາແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ໄລ່ຮອດເວລາ 6 ໂມງເຊົ້າ ຫາ 18 ໂມງແລງຂອງວັນທີ 27 ກໍລະກົດ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 11 ຄົນ ເຊິ່ງມີສ່ວນກ່ຽວຂ້ອງເຖິງໂຮງໝໍດ່າໜັງ, ອັນໄດ້ຍົກຈໍານວນຜູ້ຕິດເຊື້ອໂຄວິດ - 19 ຢູ່ຫວຽດນາມ ຂຶ້ນເຖິງ 431 ກໍລະນີ.

ຕາມອະນຸກໍາມະການປິ່ນປົວ, ຄະນະຊີ້ນໍາແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລ້ວ, ປັດຈຸບັນ ມີຄົນເຈັບຕິດເຊື້ອ 365 ໃນຈໍານວນ 431 ກໍລະນີໄດ້ປະກາດວ່າໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ.

ໃນຈໍານວນຜູ້ຕິດເຊື້ອທີ່ພວມປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກແຫ່ງຕ່າງໆນັ້ນ, 5 ຄົນມີຜົນວິໄຈເປັນລົບຄັ້ງທໍາອິດ ກັບເຊື້ອໄວຣັດ SARS–CoV-2 ແລະ 3 ຄົນມີຜົນວິໄຈເປັນລົບແຕ່ 2 ຄັ້ງຂຶ້ນໄປ. ປັດຈຸບັນ, ຍັງມີ 58 ຄົນມີຜົນວິໄຈເປັນບວກກັບເຊື້ອໄວຣັດດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ