ຫວຽດ​ນາມຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ເຂດ​ພູ​ພຽງ Golan

(VOVWORLD) -ວັນທີ 2 ຕຸລາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ລົງປະຊາມະຕິ ຮັບຮອງເອົາມະຕິເລກທີ 2546 ກ່ຽວກັບການຕໍ່ກຳນົດເວລາບັນດາມາດຕະການຕ້ານການຄ້າຂາຍມະນຸດ ແລະ ຂົນສົ່ງຊາວອົບພະຍົບຜິດກົດໝາຍ ກ່ຽວຂ້ອງເຖິງ ລີບີ ແລະ ດຳເນີນການປະຊຸມປະຈຳໄຕມາດ ກ່ຽວກັບສະພາບການຢູ່ເຂດພູພຽງ Golan.
ຫວຽດ​ນາມຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ເຂດ​ພູ​ພຽງ Golan - ảnh 1

ທ່ານເອກອັກຄະລັດຖະທູດ ດັ້ງກິ່ນກຸຍ ລົງປະຊາມະຕິກ່ຽວກັບມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບບັນດາຫາລີບີ

    ກ່າວຄຳເຫັນທີ່ການປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງກິ່ນກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຢືນຢັນຫຼັກໝັ້ນທີ່ບໍ່ປ່ຽນແປງຂອງຫວຽດນາມ ກ່ຽວກັບຂໍ້ກຳນົດຂອງເຂດພູພຽງ Golan, ທ່ານໄດ້ແບ່ງປັນຄວາມວິຕົກກັງວົນ ກ່ຽວກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຢູ່ທີ່ນີ້, ພິເສດແມ່ນການເພີ່ມຂຶ້ນຂອງບັນດາເຫດລະເມີດຂໍ້ຕົກລົງວ່າດ້ວຍການຖອນກຳລັງລະຫວ່າງສອງຝ່າຍ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງລະງັບໃຈ, ເຄົາລົບກົດບັດ ສປຊ, ມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ພ້້ອມກັບບັນດາຂໍ້ຕົກລົງທີ່ກ່ຽວຂ້ອງ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບຢູ່ເຂດພູພຽງ Golan ເວົ້າສະເພາະ ແລະ ໃນທົ່ວພາກພື້ນເວົ້າລວມ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ ຈະສະໜັບສະໜູນບົດບາດສຳຄັນຂອງກຳລັງສັງເກດການຂອງ ສປຊ ຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ