ຫວຽດນາມຢັ້ງຢືນອະທິປະໄຕສຳລັບ2ໝູ່ເກາະຮ່ວາງຊາແລະເຈື່ອງຊາ

ຫວຽດນາມຢັ້ງຢືນອະທິປະໄຕສຳລັບ2ໝູ່ເກາະຮ່ວາງຊາແລະເຈື່ອງຊາ - ảnh 1
ງານວາງສະແດງຢູ່ ຫວູງເຕົ່າ

(vovworld) –  ​ແຕ່​ວັນ​ທີ 19 – 23/1, ຢູ່​ສຳນັກງານ​ກອງບັນຊາ​ການ​ຕຳຫຼວດ​ທະ​ເລ​ເຂດ 3 (ນະຄອນ ຫວູງ​ເຕົ່າ), ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ໄດ້​ສົມທົບ​ກັບ​ກອງ​ບັນຊາ​ການຕຳຫຼວດ​ທະ​ເລ​ເຂດ 3 ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ແລະ ​ແນະນຳ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ”. ງານ​ວາງສະ​ແດງ​ໄດ້​​ແນ​ະນຳ​​ເອກະສານ, ວັດ​ຖຸພັນຫຼາຍ​ຢ່າງ ​ແລະ ​ແຜນ​ທີ່​ຫຼາຍ​ສະບັບ​ເພື່ອ ​ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ. ​ໃນ​ນັ້ນ​ມີ​ແຜນທີ່ (Atlas) 4 ຊຸດ ​ແລະ ​ແຜນ​ທີ່ 30 ສະບັບ​ໂດຍ​ລັດ ຈີນ ພິ​ມຈຳໜ່າຍ​ຢ່າ​ງ​ເປັນ​ທາງ​ການ​ຜ່ານ​ບັນດາ​ໄລຍະ​ປະຫວັດສາດ ​​ໂດຍ​ຊີ້​ແຈ້ງວ່າ ຈີນ ບໍ່​​ໄດ້ຄຸ້ມ​ຄອງ​ໝູ່​ເກາະ 2 ​ແຫ່ງ​ດັ່ງກ່າວ. ງານ​ວາງສະ​ແດງ​ຍັງ​ມີ​ບັນດາ​ຮູບ​ພາບ, ວັດ​ຖຸພັນ​ກ່ຽວ​ກັບ​ພາລະກິດ​​ແຫ່ງການ​ຕໍ່ສູ້, ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ອາລົ​ມຈິດ​ຂອງ​ທະຫານ ​ແລະ ປະຊາຊົນ ຫວຽດນາມ ທີ່ມີ​ຕໍ່ 2 ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ