ຫວຽດນາມຢັ້ງຢືນອະທິປະໄຕສຳລັບໝູ່ເກາະເຈື່ອງຊາ

ຫວຽດນາມຢັ້ງຢືນອະທິປະໄຕສຳລັບໝູ່ເກາະເຈື່ອງຊາ - ảnh 1
(ໂຄສົກ​ກະຊວງການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) – ​ ​ວັນ​ທີ 12/01, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ປະກິ​ຕິ​ລິ​ຍາ​ຂອງ ຫວຽດນາມ ຕໍ່​​ເນື້ອ​ໃນບົດ​ກ່າວ​ຄຳ​ເຫັນ​ຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​​ເທດ ຈີນ ​ໃນ​ວັນ​ທີ 11/01/2016 ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ເຮືອບິນ ຈີນ ບິນ​ອອກ​ສູ່​ສະໜາມ​ບິນ ຊຶ່ງ​ຈີນ​​ໄດ້ກໍ່​ສ້າງຢ່າງຜິດ​ກົດໝາຍ​ຢູ່​ເກາະ​ຫີນ ຈື​ເທີ້ບ ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ ຂອງ ຫວຽດນາມ, ​ໂຄສົກ​ກະຊວງການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ: ຫວຽດນາມ ​ເດັດດ່ຽວ​ປະຕິ​ເສດ​ບັນດາ​ທັດສະນະ​ທີ່​ຜິດ​ພາດ​ໃນ​ບົດ​ກ່າວ​ຄຳ​ເຫັນ​ຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ​ໃນ​ວັນ​ທີ 11/01/2016. ຫວຽດນາມ​ ຢັ້ງຢືນ​ອີກ​ຄັ້ງໜຶ່ງອະ​ທິປະ​ໄຕທີ່ບໍ່​ອາດໂຕ້​ຖຽງ​ກັນ​ໄດ້​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ​ເຈື່ອງ​ຊາ ກໍ​ຄື​​ໝູ່​ເກາະ ຮ່ວາງ​ຊາ.

        ທ່ານ ​ເລ​ຫາຍ​ບິ່ງ ​ໃຫ້​ຮູ້​ວ່າ: ​ເລື່ອງ ຈີນ ຖະ​ແຫຼ​ງຖື​​ເລື່ອງ​ຈີນ​ໃຫ້ເຮືອບິນ​ໄປ​ຍັງ​ເກາະ​ຫີນ ຈື​ເທີ້ບ ​​ແມ່ນ “ບັນດາ​ການ​ເຄື່ອນ​ໄຫວ​​ການບິນ​ແຫ່ງ​ຊາດ” ​​ເພື່ອແນ​ໃສ່​ຢືນຢັນອະທິປະ​ໄຕ​ໄຮ້​ເຫດຜົນ​ຂອງ ຈີນ ສຳລັບ​ໝູ່​ເກາະ ​ເຈື່ອງ​ຊາ, ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ​ເຈື່ອງ​ຊາ ຢ່າງ​ຮ້າຍ​ແຮງ. ອີກ​ຄັ້ງ​ໜຶ່ງ, ຫວຽດນາມ ຮຽກຮ້ອງ ຈີນ ຢຸດຕິ​ການບິນ​ອອກ​ສູ່​ເກາະ​ຫີນ ຈື​ເທີ້ບ, ບໍ່​​ໄດ້​ມີ​ບັນ​ດາ​ການ​ກະທຳ​ທີ່​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ຕື່ມ​ອີກ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນລະ​ພາບ​ໃນ​ພາກ​ພື້ນ, ຄວາມ​ສະຫງົບ​ປອດ​ໄພ​ຄວາມເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ