ຫວຽດນາມຢືນຢັນຄຳໝັ້ນສັນຍາສຳລັບໂຄງການພັດທະນາແບບຍືນຍົງ2030

ຫວຽດນາມຢືນຢັນຄຳໝັ້ນສັນຍາສຳລັບໂຄງການພັດທະນາແບບຍືນຍົງ2030 - ảnh 1
ທ່າ​ນນາງ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ
ປະຈຳ​ສະຫະ​ປະຊາ​ຊາດ
(ພາບປະກອບ: TTXVN)


(vovworld) – ວັນ​ທີ 12/10, ຄະນະ​ກຳ​ມະ​ການ​ບັນດາ​ບັນຫາ​ເສດຖະກິດ​ ແລະ ການ​ເງິນ (ຄະນະ​ກຳມະການ 2) ສັງ​ກັດ​ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດຊຸ​ດທີ 70 ປຶກສາຫາລື​ກ່ຽວ​ກັບ​ຫົວ​ຂໍ້​​ເຄື່ອນ​ໄຫວ​ຮ່ວມ​ມື​ພັດທະນາ​ຂອງ​ອົງການ​ຫຼາຍ​ຝ່າຍ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​ນີ້. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່າ​ນນາງ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ, ​ເສົ້າ​​ຄ້ຳ​ພັດທະນາມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ ​​ເພື່ອ​ຊຸກ​ຍູ​​້ບັນດາ​ເສົ້າ​ຄຳ້ອື່ນ​ໃນ​ສະຫະ​ປະຊາ​ຊາດ, ພ້ອມ​ທັງ​ສົ່ງ​ເສີມ​ສະຫະ​ປະຊາ​ຊາດ ສືບ​ຕໍ່​ພ້ອມ​ກັບ​ອາ​ຊຽນ ຊຸກຍູ​້ການ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສະຫະ​ປະຊາ​ຊາດ ​ແລະ ອາ​ຊຽນ. ​ໃນ​ສະພາບ​ທີ່​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ພວມ​ກ້າວ​ໄປ​​ເຖິງ​ການ​ສ້າງ​ຕັ້ງປະຊາ​ຄົມ​ອາ​ຊຽນ ​ແລະ ​ເລີ່​ມປະຕິບັດ​ໂຄງການ​ດຳ​ເນີນງານ​ພັດທະນາ 2030, ການ​ຮ່ວມ​ມື​ລະຫວ່າງ​ສະຫະ​ປະຊາ​ຊາດ ​ແລະ ອາຊຽນ ຍິ່ງ​ມີ​ຄວາມ​ໝາຍ​ກວ່າ, ​ໂດຍ​ສະ​​ເພາະ​ແມ່ນ​ໃນ​ວິວັດ​ການສ​້າງຕັ້ງ​ບັນດາ​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ​​ໃນ​ລະດັບ​ພາກ​ພື້ນ.

      ກ່ອນ​ໜ້າ​ນັ້ນ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ ຫງວຽນ​ເຟືອງງາ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ທີ່​ວາລະ​ປຶກສາ​ຫາລື​ລວມຂອງ​ຄະນະ​ກຳມະການ 2, ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ສຳລັບ​ການ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ພັດທະນາ 2030.

ຂ່າວ/ບົດ​ອື່ນ