ຫວຽດນາມຢືນຢັນຄຳໝັ້ນສັນຍາເຄົາລົບສິດທິມະນຸດ

ຫວຽດນາມຢືນຢັນຄຳໝັ້ນສັນຍາເຄົາລົບສິດທິມະນຸດ - ảnh 1
ຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມ
ພາບ:TTXVN

(vovworld) - ຕົ້ນ​ເດືອນ 2/2014 ຜ່ານ​ມາ, ທີ່​ກອງ​ປະຊຸມ ສະພາ​ສິດທິ​ມະນຸດ ຊື່​ງຈັດ​ຂຶ້ນ​ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ ຮ່າ​ກີ​ມງອກ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ນຳ​ຫນ້າ ​ໄດ້​ສະ​ເຫ​ນີບົດ​ລາຍ​ງານ​ແຫ່ງ​ຊາດ​ພາຍ​ໃຕ້​ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ(UPR) ​ໄລຍະ 2 ຂອງ​ສະພາ​ສິດ​ທິມະນຸດ ສປຊ. ບົດ​ລາຍ​ງານ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ປະຊາ​ຄົມ​ສາກົນ​ວ່າ​ແມ່ນ ຖະ​ແຫລ​ງການ​ທີ່​ຈິງ​ໃຈ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ​ເຄົາລົບ​ສິດທິ​ມະນຸດ”. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຮ່າ​ກີ​ມງອກ ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ປະຕິບັດ​ການ​ຮັບປະກັນ​ສິດທິ​ມະນຸດ​ຢູ່​ຫວຽດນາມ​ ​ໃຫ້​ດີກ​ວ່າ​ອີກ ກໍ​ຄື ສຳ​​ເລັດ​ບັນດາ​ຄວາມ​ຮັບຜິດຊອບ​ສາກົນ.

        “​ໃນ​ຂອບ​ເຂດ​ແຫ່​ງຊາດ, ຫວຽດນາມ ຍັງ​ຄົງ​ສືບ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ, ມາດ​ຕະການ, ນະ​ໂຍບາຍ ​ແລະ ບັນດາ​ແຫ​ລ່ງກຳລັງ ​ເພື່ອ​ຮັບປະກັນ​ສິດ​ຂອງ​ປະຊາຊົນ​ໃຫ້​ດີກ​ວ່າ​ເກົ່າ  ພ້ອມ​ກັນ​ນັ້ນ ຫວຽດນາມ ກໍ​ຕ້ອງ​ປ​ະ​ຕິ​ບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສະໝັກ​ໃຈ ຊື່​ງຫວຽດນາມ ​ໄດ້​ຍົກ​ອອກ​ເມື່ອ​ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ. ​ໃນ​ຂອບ​​ເຂດ​ສາກົນ, ປະຈຸ​ບັນ ຫວຽດນາມ ​ໄດ້​ກາຍ​ເປັນ​ສະມາຊິກ​ຂອງ​ສະພາ​ສິດ​ທິມະນຸດ, ພວກ​ເຮົາ​ຈະ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ, ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ, ​ເຮັດ​ໃຫ້​ອົງການ​ນີ້​ຂອງ ສປຊ ມີ​ປະສິດທິ​ຜົນ​ກວ່າ,​ ​ໂປ່​ງ​ໃສ​ກວ່າ, ພາວະ​ວິ​ໄສ​ກວ່າ, ພ້ອມ​ທັງ ຊຸກຍູ້​ຈິດ​​ໃຈ​ໂອ້​ລົມ​ສົນທະນາ ​ແລະ ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ສະພາ​ສິດທິ​ມະນຸດ ສປຊ.”

ຂ່າວ/ບົດ​ອື່ນ