ຫວຽດນາມຢືນຢັນຖືເປັນສຳຄັນການສຶກສາກ່ຽວກັບສິດທິມະນຸດ

ຫວຽດນາມຢືນຢັນຖືເປັນສຳຄັນການສຶກສາກ່ຽວກັບສິດທິມະນຸດ - ảnh 1
ທ່ານ ຫງວຽນຈູງ​ແ​ທ່​ງ ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້ມີອຳນາດເຕັມ,
ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ​ປະຈຳ​ສະຫະ​ປະຊາ​ຊາດ
(ພາບ: TTXVN)

(vovworld) - ​ວັນ​ທີ 14/9, ​ໃນ​ຂອບ​ເຂດ ກອງ​ປະຊຸ​ມ ສະພາສິດທິມະນຸດສະຫະ​ປະຊາ​ຊາດ ຊຸດ​ທີ 33 ຢູ່ ​ເຊີ​ແນວ, ປະ​ເທດ ສະ​ວິດ, ທ່ານ ຫງວຽນຈູງ​ແ​ທ່​ງ ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ​ປະຈຳ​ສະຫະ​ປະຊາ​ຊາດ, ​ອົງການ​ການ​ຄ້າ​ໂລກ (WTO) ​ແລະ ບັນດາອົງການຈັດ​ຕັ້ງ​ສາກົນ ປະຈຳ​ ເຊີ​ແນວ, ​ໄດ້​ກ່າວ​ຄຳ​ເຫັນ​ທີ່ວາລະປຶກສາຫາລືຂັ້ນ​ສູງ​ ສະ​ເຫຼີມສະຫຼອງ 5 ປີ​ແຫ່ງ​ການຮັບຮອງເອົາຖະ​ແຫຼງການຂອງ​ສະຫະ​ປະຊາ​ຊາດ ກ່ຽວກັບການສຶກສາ ​ແລະ ກໍ່ສ້າງ ກ່ຽວກັບສິດທິມະນຸດ. ທ່ານ ​ເອກ​ອັກຄະ​ລັດຖະທູດ ຫງວຽນຈູງ​​ແທ່ງ ​ເນັ້ນ​ໜັກ ກ່ຽວກັບ ລັກສະນະ​ແທດ​ຈິງ ຂອງ​ຖະ​ແຫຼງການ​ນີ້​ໃນ​ການ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ ​ໃນທົ່ວ​ໂລກ. ທ່ານ ເອກ​ອັກຄະ​ລັດຖະທູດ ກໍ່ຢືນຢັນວ່າ ຫວຽດນາມ​ໄດ້​ຮັບ​ຮູ້​ລະ​ດັບ​ຄວາມ​ສຳຄັນຂອງການສຶກສາ, ພິ​ເສດ​ແມ່ນການ​ສຶກສາກ່ຽວກັບ​ສິດທິ​ມະນຸດ, ​ແລະ ​ໄດ້ປະສານສົມທົບການສຶກສາ​ກ່ຽວກັບ​ສິດ​ທິມະນຸດ ​ເຂົ້າ​​ໃນ​​ໂຄງການ​ຮຽນ ກໍ່ຄື ບັນດາຊ່ອງ​ສື່ສານ ​ແລະ ​ການ​ເຄື່ອນ​ໄຫວປະຊາ​ຄົມ. ພ້ອມກັນ​ນັ້ນ, ທ່ານ ​ເອກ​ອັກຄະ​ລັດຖະທູດ ຫງວຽນຈູງ​​ແທ່​ງ ກໍ່​ແນະນຳ​ກ່ຽວກັບຂໍ້​ລິ​ເລີ່​ມຂອງຫວຽດນາມ​​ແມ່ນຈັດ​ຕັ້ງການໂອ້ລົມສົນທະນາສາກົນ​ຢູ່ນອກກອງ​ປະຊຸມ​ຄັ້ງທີ 33 ກ່ຽວກັບການ​ສຶກສາ​​ແມ່​ຍິ​ງ ​ແລະ ​ກ້ອຍ​ຍິ​ງ ​ເພີ່​ອ​ແນ​​​​ໃສ່ ປ້ອງກັນຕ້ານ​​ໄພການ​ຄ້າ​ມະນຸດ ​ໃນ​ວັນ​ທີ 27/9/2016 ຈະ​ມາ​ເຖິງ. ຂໍ້​ລິ​ເລີ່​ມນີ້​ກໍ່ໄດ້​ຮັບ​ຄວາມ​ເຫັນ​ດີ​ອຸປະຖຳ​ຈາກຫຼາຍປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ​ໃນ​ນັ້ນ​ມີ​ຟີ​ລິບ​ປີນ, ອົດສຕຣາລີ ​ແລະ ອົງການ​ຈັດ​ຕັ້ງ ອົບພະຍົບສາກົນ (IMO).

ຂ່າວ/ບົດ​ອື່ນ