ຫວຽດ​ນາມ​ຢືນ​ຢູ່​ອັນ​ດັບ​ທີ 2 ໃນ​ຈຳ​ນວນ​ເກືອບ 100 ປະ​ເທດ ກ່ຽວ​ກັບ​ຜົນ​ສຳ​ເລັດ​​ຂອງ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທ່ານ Kamal Malhotra ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ຖືວ່າ ຜົນສຳເລັດຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19 ອີ່ງໃສ່ 3 ປັດໄຈນັ້ນແມ່ນ: ຊອກຄົ້ນຫາຜູ້ຕິດເຊື້ອ, ວິໄຈຫາເຊື້ອຢ່າງມີຍຸດທະສາດ ແລະ ວາງອອກສານຢ່າງຈະແຈ້ງ.
ຫວຽດ​ນາມ​ຢືນ​ຢູ່​ອັນ​ດັບ​ທີ 2 ໃນ​ຈຳ​ນວນ​ເກືອບ 100 ປະ​ເທດ ກ່ຽວ​ກັບ​ຜົນ​ສຳ​ເລັດ​​ຂອງ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ

ໜັງສືພິມເອເລັກໂຕນິກ Business Insider ຂອງ ອາເມລິກາ ຫວ່າງແລ້ວນີ້, ໄດ້ລົງບົດຂຽນຍ້ອງຍໍສັນລະເສີນວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ຂອງຫວຽດນາມ. ບົດຂຽນໃຫ້ຮູ້ວ່າ ຫວຽດນາມ ຢືນຢູ່ອັນດັບທີ 2 ໃນຈະນວນເກືອບ 100 ປະເທດກ່ຽວກັບຜົນສຳເລັດຂອງການຮັບມືກັບໂລກລະບາດໂຄວິດ - 19.

ທ່ານໝໍ Guy Thwaites  ເຊິ່ງພວມເຮັດວຽກໃນຂົງເຂດພະຍາດຕິດແພດ ຢູ່ໂຮງໝໍແຫ່ງໜຶ່ງທີ່ຖືກລັດຖະບານ ຫວຽດນາມ ມອບໝາຍໜ້າທີ່ປະຕິບັດການປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19 ໂດຍໄວ ແລະ ຂ້ຽວຂາດ. ຕາມທ່ານໝໍ Guy Thwaites  ແລ້ວ, ບັນດາໂຮງຮຽນໄດ້ປິດປະຕູ ແລະ ບັນດາຖ້ຽວບິນສາກົນໄປຍັງຫວຽດນາມ ຖືກຈຳກັດ.

ທ່ານ Kamal Malhotra ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ຖືວ່າ ຜົນສຳເລັດຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19 ອີ່ງໃສ່ 3 ປັດໄຈນັ້ນແມ່ນ: ຊອກຄົ້ນຫາຜູ້ຕິດເຊື້ອ, ວິໄຈຫາເຊື້ອຢ່າງມີຍຸດທະສາດ ແລະ ວາງອອກສານຢ່າງຈະແຈ້ງ.

ໃນບົດຂຽນໜຶ່ງຂອງຕົນ ສປຊ, ທ່ານ Kamal Malhotra ຖືວ່າ ຜົນສຳເລັດຂອງ ຫວຽດນາມ ເປັນໜ້າຈົດຈຳ ເມື່ອປະເທດນີ້ມີຊາຍແດນຕິດກັບປະເທດເປັນແຫ່ງແຜ່ເຊື້ອໂລກລະບາດໂຄວິດ - 19

ຕອບກັບ

ຂ່າວ/ບົດ​ອື່ນ