ຫວຽດນາມ-ຣູມານີເພີ່ມທະວີການຮ່ວມມື2ຝ່າຍ

ຫວຽດນາມ-ຣູມານີເພີ່ມທະວີການຮ່ວມມື2ຝ່າຍ - ảnh 1
ການເຈລະຈາລະຫວ່າງ 2 ຝ່າຍ

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ,  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣູ​ມາ​ນີ   Dacian Ciolos ພວມ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 11-14/7/2016. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣູ​ມາ​ນີ   Dacian Ciolos ມີ​ການ​ພົບປະເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ພົບ​ປະ​ກັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ຄະ​ນະ​ບ​ໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽ​ນ​ຟູ​ຈ້ອງ, ທ່ານປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ​ເຂົ້າ​ຮ່ວມເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ - ຣູ​ມາ​ນີ ພົບປະກັບສະມາຄົມມິດຕະພາບ ຫວຽດນາມ ຣູມານີ, ຢ້ຽມຢາມ​ແຂວງ ກວາງ​ນີງ.

        ຖະ​ແຫຼ​ງການ​ຮ່ວມ ຫວຽດນາມ - ຮູ​ມາ​ນີ ​ໄດ້​ຊີ້​ແຈ້ງ​ວ່າ: ທີ່​ການພົບປະ​ເຈລະຈາ​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ນາຍົກລັດຖະມົນຕີ ຮູ​ມາ​ນີ Dacian Ciolos, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ວ່າ: ຍາມ​ໃດ​ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ບັນດາ​ປະ​ເທດ​ເພື່ອນມິດທີ່​ເປັນ​ມູນ​ເຊື້ອ​ຢູ່​ພາກ​ພື້ນ​ ​ເອີ​ລົບ​ຕາ​ເ​ວັນ​ອອກ​ກາງ, ​ໃນ​ນັ້ນ​ມີ ຣູມາ​ນີ. ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ພົບ​ປະ​ຂັ້ນ​ສູງ ​ແລະ ຍາດ​ແຍ່ງ​ບັນດາ​ກອງ​ປະຊຸມ​ສາກົນ​ກໍ​ຄື​ບັນດາ​ກາລະ​ໂອກາດ​ພົບ​ປະ​ອື່ນໆ​ເພື່ອ​ແລ​ກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ນາ​ຍົກ​ລັດຖະມົນຕີ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ເປີດ​ກ້ວາງ ​ແລະ ສ້າງ​ການ​ຮ່ວມ​ມື​ເສດຖະກິດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ເອົາໃຈໃສ່ພິ​ເສດ​​ບາງ​ຂົງ​ເຂດ​ຕົ້ນຕໍ​ຄື: ການ​ຄ້າ, ພະລັງງານ, ທະນາຄານ, ກະສິກຳ, ອຸ​ດສາ​ຫະກຳ​ປຸງ​ແຕ່ງ, ການທ່ອງທ່ຽວ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ​ອີກ. 2 ຝ່າຍ​ຊົມ​ເຊີຍ​ເລ່ື່ອງສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ ​ແລະ ​ເຊື່ອ​ໝັ້ນວ່າຈະໄດ້ຮັບ​ການ​ລົງ​ນາມ ​ແລະ ຜັນ​ຂະຫຍາຍ​​ສັນຍາ​ນີ້​ໂດຍ​ໄວ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນລະຫວ່າງ ຫວຽດນາມ ​ແລະ ຣູມາ​ນີ​ຢ່າງ​ແຮງ​ກ່ວາ​ອີກ, ​ເປີດ​ແງ່​ຫວັງ​ຮັບຮອງຮັບ​ຮູ້​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຂອງ ຫວຽດນາມ. ນາຍົກ​ລັດຖະມົນຕີ 2 ທ່ານ​ຢັ້ງຢືນ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີການ​ຮ່ວມ​ມື​ລະຫວ່າງ​ບັນດາອົງການ ຫວຽດນາມ ​ແລະ ຣູມາ​ນີ​ໃນ​ຂົງ​ເຂດ​ປະຕິບັດ​ກົດໝາຍ ​ແລະ ຊົມ​​ເຊີຍ​​ແງ່​ຫວັງ​ລົງ​ນາມໃນ​ສັນຍາ​ຮ່ວມ​ມື​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ກໍ່​ການ​ຮ້າຍ, ອາດຊະຍາ​ກ​​ຳມີ​ການຈັດ​ຕັ້ງ ​ແລະ ບັນດາ​ອາດ​ຊະ​ຍາ​ກຳ​ອື່ນໆ​ລະຫວ່າງ 2 ປະ​ເທ​ດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່​ມທະວີ​ການ​ພົບປະ​ແລກປ່ຽນ​ປະຊາຊົນ, ພົບປະແລກປ່ຽນ​ເສດຖະກິດ ​ແລະ ວັດທະນະທຳ, ການ​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ​ຕ່າງໆ.

        2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ສົມທົບ​ກັນ​ປະຕິບັດ​ບັນດາ​ໂຄງການ​ອະນຸ​ພາກ​ພື້ນ​ແມ່​ນຳ້ຂອງ ​ແລະ ​ແມ່​ນຳ້ Danube . 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າ​ຍ​ໃນ​ຂອບ​ເຂດ ສປຊ, ASEM, ການ​ພົວພັນ ຫວຽດນາມ - ອີ​ຢູ ​ແລະ ບັນດາ​ກົນ​ໄກ​ຮ່ວມ​ມື ອາ​ຊຽນ - ອີ​ຢູ. ການ​ນຳ 2 ລັດຖະບານ ​ເນັ້ນ​ໜັກວ່າຈະ​ສະໜັບສະໜູນ​ເລື່ອງ​​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ບົນ​ພື້ນຖານ​ກົດໝາຍ​ສາກົນ​ໂດຍ​ສັນຕິ​ວິທີ​, ​ໃນ​ນັ້ນ ມີ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ.


ຂ່າວ/ບົດ​ອື່ນ