ຫວຽດນາມລົງທຶນເພື່ອໃຫ້ຂະແຫນງທ່ອງທ່ຽວກາຍເປັນຂະແຫນງເສດຖະກິດປາຍແຫລມ

(VOVWORLD) -ທ່ານນາຍົກລັດຖະມົນຕີຫາກໍ່ເຊັນອະນຸມັດໂຄງການເປົ້າໝາຍພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວໄລຍະ 2016- 2020 ເພື່ອແນໃສ່ພັດທະນາພື້ນຖານໂຄງລ່າງໃຫ້ຄົບຊຸດ, ທັນສະໄຫມ.
ຫວຽດນາມລົງທຶນເພື່ອໃຫ້ຂະແຫນງທ່ອງທ່ຽວກາຍເປັນຂະແຫນງເສດຖະກິດປາຍແຫລມ - ảnh 1 ເຂດທ່ອງທ່ຽວ ຈ່າງອານ

ລວມມີ: ການກໍ່ສ້າງເສັ້ນທາງໄປເຖິງເຂດທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ບໍລິເວນຈຸດສຸມພັດທະນາການທ່ອງທ່ຽວ, ບັນດາໂຄງການກໍ່ສ້າງກຳຈັດສິ່ງເສດເຫລືອ, ປົກປັກຮັກສາສິ່ງແວດລ້ອມຢູ່ບັນດາເຂດທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວແຫ່ງຊາດ… ໂຄງການດັ່ງກ່າວສູ້ຊົນຮອດປີ 2020 ຮັບປະກັນພື້ນຖານໂຄງລ່າງໃຫ້ແກ່ 3 – 5 ເຂດທ່ອງທ່ຽວແຫ່ງຊາດຢ່າງຄົບຊຸດ, ຫນູນຊ່ວຍການລົງທຶນຄົມມະນາຄົມ, ສ້າງຄວາມສະດວກເພື່ອສຳຜັດກັບບາງພື້ນຖານໂຄງລ່າງ ແລະ ພື້ນຖານໂຄງລ່າງຂອງ 30 ເຂດທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວແຫ່ງຊາດ. ໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍແຕ່ປີ 2016- 2020 ດ້ວຍຍອດມູນຄ່າການກໍ່ສ້າງກວ່າ 30.000 ຕື້ດົງ.

ຕອບກັບ

ຂ່າວ/ບົດ​ອື່ນ