ຫວຽດນາມ-ລັດເຊຍເຊັນສັນຍາກ່ຽວກັບການຮ່ວມມືໃນການສຳຫຼວດທໍລະນີສາດແລະຂຸດຄົ້ນນຳ້ມັນອາຍແກັດ

ຫວຽດນາມ-ລັດເຊຍເຊັນສັນຍາກ່ຽວກັບການຮ່ວມມືໃນການສຳຫຼວດທໍລະນີສາດແລະຂຸດຄົ້ນນຳ້ມັນອາຍແກັດ - ảnh 1
ການເຊັນສັນຍາລະຫວ່າງ 2 ຝ່າຍ
(ພາບ: TTXVN)

(vovworld) – ວັນ​ທີ 20/4, ຢູ່​ຮ່າ​ໂນ້ຍ, ທ່ານ ​ເຈີ່ນ​ຕ໋ວນ​ແອ​ງ, ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ - ການ​ຄ້າ ​ແລະ ທ່ານ Senchiurin Yuri Petrovich, ລັດຖະມົນຕີ​ຊ່ວຍ​ວ່າການ​ກະ​ຊວງ​ພະລັງງານ ລັດ​ເຊຍ ຕາງໜ້າ​ໃຫ້​ລັດຖະບານ 2 ປະ​ເທດ​ເຊັນ​ສັນຍາ​ລະຫວ່າງ​ລັດ​ຖະບານ ກ່ຽວ​ກັບ​ການ​ສືບ​ຕໍ່​ຮ່ວມ​ມື​ສຳ​ຫຼວດທໍລະນີ​ສາດ ​ແລະ ຂຸດ​ຄົ້ນ​ນຳ້ມັນ​ອາຍ​ແກັດ​ໃນ​ເຂດ​ດິນ​ແດນ​ລັດ​ເຊຍ ​ແລະ ອະນຸ​ສັນຍາ​ປັບປຸງ​ສັນຍາ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ເລື່ອງ​ສືບ​ຕໍ່​ຮ່ວມ​ມືສຳ​ຫຼວດທໍລະນີ​ສາດ ​ແລະ ຂຸດ​ຄົ້ນ​ນຳ້ມັນ​ອາຍ​ແກັດ​ໃນ​ເຂດ​​ໄລ່​ທະວີບ ສສ ຫວຽດນາມ ຂອງ​ບໍລິສັດ​ຮ່ວມ​ທຸ​ລະ​ກິດ Vietsovpetro ​ໃນ​ວັນ​ທີ 27/12/2010. ​ເລື່ອງ​ເຊັນ​ເອກະສານ​ສະບັບ​ນີ້​ໄດ້​ສະ​ແດງ​ໃຫ​້​ເຫັນ​ການ​ສະໜັບສະໜູນ​ຢ່າງ​ແຮງ​ຂອງ​ລັດຖະບານ ຫວຽດນາມ ​ແລະ ລັດຖະບານ​ສະຫະພັນ​ລັດ​ເຊຍ, ພ້ອມ​ທັງ​ຢັ້ງຢືນ​ນະ​ໂຍບາຍ​ບຸລິມະສິດ​ພັດທະນາ​ໃນ​ຂົງ​ເຂດ​ພະລັງງານ, ນຳ້ມັນ​ອາຍ​ແກັດ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ສ້າງ​ເງື່ອນ​ໄຂ​ສຳຄັນ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງບໍລິສັດ​ຮ່ວມ​ທຸ​ລະ​ກິດ 2 ​ແຫ່ງ​ນັ້ນ​ແມ່ນ Vietsovpetro ​ ​ແລະ Rusvietpetro.

ຂ່າວ/ບົດ​ອື່ນ