ຫວຽດນາມ-ລັດເຊຍເພີ່ມທະວີການຮ່ວມມືເສດຖະກິດ-ການຄ້າແລະວິທະຍາສາດ-ເຕັກນິກ

ຫວຽດນາມ-ລັດເຊຍເພີ່ມທະວີການຮ່ວມມືເສດຖະກິດ-ການຄ້າແລະວິທະຍາສາດ-ເຕັກນິກ - ảnh 1
(ພາບປະກອບ)

(vovworld) –  ​ ​​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ ຮ່ວາງ​ຈູງ​ຫາຍ ຮອງ​ນາຍົກລັດຖະມົນຕີ ຫວຽດນາມ. ທ່ານ Igor Ivanovich Shuvalov ຮອງ​ນາຍົກລັດຖະມົນຕີຜູ້ທີ 1 ສະຫະພັນລັດ​ເຊຍ, ​ເປັນ​ປະທານ​ຮ່ວມ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ ​ແລະ ວິທະຍາສາດ - ​ເຕັກນິກ ຈະ​ມາ​ຢ້ຽມຢາມ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 18 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ ​ແລະ ວິທະຍາສາດ - ​ເຕັກນິກ​ໃນ​ວັນ​ທີ 25/11. ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ ​ໃນ​ໄລຍະ​ຜ່ານ​ມາ ສືບ​ຕໍ່​ພັດທະນາ​ເປັນ​ຢ່າງ​ແຮງ​ໃນ​ຫລາຍ​ຂົງ​ເຂດ​ຄື: ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ພະລັງງານ, ການ​ປ້ອງ​ກັນ​ຊາດ, ການ​ສຶກສາ ​ແລະ ບຳລຸງ​ສ້າງ, ວັດທະນະທຳ. 2 ຝ່າຍ​​ຮັກ​ສາ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ, ພົບ​ປະ​ຂັ້ນ​ສູງ​ເປັນ​ປະຈຳ. 2 ຝ່າຍ​ກໍຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​​ໃນບັນດາ​ເວທີ​ປາ​ໄສ​ສາກົນ​ຄື: ສະຫະ​ປະຊາ​ຊາດ, ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC), ​ເວທີ​ປາ​ໄສ​ຮ່ວມ​ມື ອາຊີ - ​ເອີ​ລົບ (ASEM) ​ແລະ ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ ອາ​ຊຽນ - ລັດ​ເຊຍ.

ຂ່າວ/ບົດ​ອື່ນ