ຫວຽດນາມ-ລາວ ຮ່ວມມືກໍ່ສ້າງເຂດ ພັກຜ່ອນຄຸນນະພາບສູງ ຢູ່ເກາະຕວນເຈົາ

ຫວຽດນາມ-ລາວ ຮ່ວມມືກໍ່ສ້າງເຂດ ພັກຜ່ອນຄຸນນະພາບສູງ ຢູ່ເກາະຕວນເຈົາ - ảnh 1

(ພາບປະກອບ)

(vovworld)-  ​ ຕອນ​ບ່າຍວັນ​ທີ 17/8, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ດ່າວຮົງ​ຕວຽນ ປະທານ​ກຸ່ມ​ບໍລິສັດ​ຕວນ​ເຈົາ ​ແລະ ທ່ານ​ສົມ​ຫວັງ ວົງ​ວິ​ໄລ, ຜູ້ອຳນວຍການ​ໃຫ່ຍບໍລິສັດ​ກໍ່ສ້າງຈິດ​ຈະ​ເລີ​ນ ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ລົງທຶນ​ກໍ່ສ້າ​ງເຂດ​ພັກຜ່ອນ​ຄຸນ​ນະພາ​ບສູງ​ຢູ່​ເກາະ​ຕວນ​ເຈົາ-ນະຄອນຮ້າ​ລອງ-​ແຂວງ​ກວາງ​ນິງ. ຕາມບົດ​ບັນທຶກ​ຊ່ວຍ​ຈຳ, ສອງ​ຝ່າຍ​ຕົກລົງ​ຮ່ວມ​ມື​ກັນ​ລົງທຶນ​ກໍ່ສ້າງ, ດຳ​ເນີນ​ທຸລະ​ກິດເຂດ​ພັກຜ່ອນ​ຄຸນ​ນະພາ​ບສູງ​ຢູ່​ເກາະ​ຕວນ​ເຈົາ-ນະຄອນຮ້າ​ລອງ-​ແຂວງ​ກວາງ​ນິງ​ໃນ​ເນື້ອ​ທີ່​ດິນ​ກ້ວາງ 4 ​ແຮັກ​ຕາ; ວາງ​ແຜນຜັງ, ອອກ​ແບບ, ດຳ​ເນີນ​ບັນດາ​ລະບຽບ​ການ… ​…ແລະ ຈະ​ເລີ່​ມລົງມື​ກໍ່ສ້າງ​ໃນ​ເດືອນ 10/2013.

   ກ່ອນ​ໜ້ານັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມສະຫວາດ ​ເລັ່ງສະຫວັດ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ດ່າວຮົງ​ຕວຽນ. ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ຮ່ວມ​ມື​ລົງທຶນ​ຢູ່​ລາວ ​ແລະ ຖື​ວ່າ: ການ​ເຊັນ​ສັນຍາ​ກໍ່ສ້າງເຂດ​ພັກຜ່ອນ​ຄຸນ​ນະພາ​ບສູງ​ຢູ່​ເກາະ​ຕວນ​ເຈົາ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ເຂົ້າສູ່​ລວງ​ເລິກ. ທ່ານ​ເຊື່ອໝັ້ນວ່າ, ດ້ວຍ​ປະສົບ​ການ​ຂອງ​ວິສາຫະກິດ​ໃຫ່ຍ, ກຸ່ມ​ບໍລິສັດ​ຕວນ​ເຈົາ ຈະ​ຊຸກຍູ້​ໂຄງການ​ຖືກຕ້ອງຕາມ​ລະດັບ​ຄວາມ​ໄວ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ.

 

 

ຂ່າວ/ບົດ​ອື່ນ