ຫວຽດນາມ,ລາວ,ກຳປູເຈຍເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

ຫວຽດນາມ,ລາວ,ກຳປູເຈຍເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ - ảnh 1
(ພາບປະກອບ)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໂດຍ​ພົນ​​ໂທ ດັ້ງ​ວັນ​ຮຽວ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ນຳ​ໜ້າ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ພາຍ​ໃນ​ກຳປູ​ເຈຍ ​ໂດ​ຍ ພົນ​ເອກ Dul Koeun, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພາຍ​ໃນ​ກຳປູ​ເຈຍ ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ ​ໃນ​ວຽກ​ງານ​ຮັບປະກັນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ 3 ປະ​ເທດ ລາວ, ຫວຽດນາມ ​ແລະ ກຳປູ​ເຈຍ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໃນ​ລະຫວ່າງ​ວັນ​ທີ 30/10 – 11/11. ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຫວຽດນາມ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າ​ຢ້ຽມຂໍ່ານັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ສົມ​​ແກ້ວ ສີລາ​ວົງ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ສົມ​​ແກ້ວ ສີລາ​ວົງ ​ໄດ້​ຕີ​ລາຄາ​ສູງ​ງານພົບ​ປະ​ແລກປ່ຽນ​ບົດຮຽນລະຫວ່າງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ 3 ປະ​ເທດ, ​​ເຊິ່ງໄດ້​ປະກອບສ່ວນ​ຊຸກຍູ້​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ມິດ​ຕະພາບ​ລະຫວ່າງ 3 ກະຊວງ ​ໃຫ້​ນັບ​ມື້​ນັບສະ​ໜິ​ດຕິດ​ພັນ ​ແລະ ພັດທະນາ​ຢ່າງ​ຈົບງາມ​ກວ່າ.
ຂ່າວ/ບົດ​ອື່ນ