ຫວຽດນາມ-ລາວຍູ້ແຮງການຮ່ວມມືລະຫວ່າງແຂວງກວາງນາມ-ເຊກອງ

ຫວຽດນາມ-ລາວຍູ້ແຮງການຮ່ວມມືລະຫວ່າງແຂວງກວາງນາມ-ເຊກອງ - ảnh 1
(ພາບປະກອບ)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 25/8, ຢູ່​ເມືອງ ລະ​ມາ​ມ, ​ແຂວງ ​ເຊ​ກອງ, ຂອງລາວ​, ​ໄດ້ດຳ​ເນີນ​ກອງ​ປະຊຸມ​ປະຈຳ​ປີ​ລະຫວ່າງ 2 ​ແຂວງ ກວາງ​ນາມ - ​ເຊ​ກອງ ປີ 2015. ທີ່​ກອງ​ປະຊຸມ, 2 ​ແຂວງ ​ເຊ​ກອງ ​ແລະ ກວາງ​ນາມ ​ແຈ້ງ​ໃຫ້​ກັນຊາ​ບໝາກຜົນ​ການ​ຮ່ວມ​ມື​ນັບແຕ່​ພາຍຫລັງ​ກອງ​ປະ​ຊຸມປະຈຳ​ປີ 2014 ​ເປັນ​ຕົ້ນ​ມາ. ຕາມ​ນັ້ນ​ແລ້ວ, 2 ທ້ອງ​ຖິ່ນ​ໄດ້​ສົມທົບ​ກັນ​ປະຕິບັດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບຫຼັກ​ໝາຍຊາຍ​ແດນ ຫວຽດນາມ - ລາວ, ​ໃນ​ບໍລິ​ເວັນ​ເຂດ​ຊາຍ​ແດນ​ແຂວງ ກວາງ​ນາມ - ​ເຊ​ກອງ, ​ໄລຍະ 2008 – 2014; ຜັນ​ຂະຫຍາຍ​ປະຕິບັດ​ຂໍ້​ຕົກລົງ​ຂອງ 2 ລັດຖະບານ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ປະຊາຊົນ​ອົບ​ພະຍົບ​ແບບ​ເສລີ ​ແລະ ການ​ສົມ​ລົດຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ຊາຍ​ແດນ 2 ​ແຂວງ; ກໍ່ສ້າງ​ດ່ານ​ກວດກາປະສົມດ່ານ​ຊາຍ​ແດນ ດັກ​ຕາອອກ ດ້ວຍ​ແຫຼ່ງທຶນ ODA ຂອງ​ລັດຖະບານ ຫວຽດນາມ ຊ່ວຍ​ເຫຼືອໃຫ້​ລັດຖະບານ ລາວ. ​ແລະ​ ໃນ​ໄລຍະ​ນີ້, ​ແຂວງ ກວາງ​ນາມ ​ໄດ້​ມອບ​ພາຫະນະ​ອຸປະ​ກອບການ​ແພດ​ລວມ ມີ​ມູນ​ຄ່າ 100.000 USD ​ໃຫ້​ແກ່​ເມືອງ ລະ​ມາ​ມ.


ຂ່າວ/ບົດ​ອື່ນ