ຫວຽດນາມ-ລາວຍູ້ແຮງວຽກງານຊອກຫາ,ເຕົ້າໂຮມອັດຖິທະຫານເສຍສະຫຼະຊີວິດຢູ່ລາວ

ຫວຽດນາມ-ລາວຍູ້ແຮງວຽກງານຊອກຫາ,ເຕົ້າໂຮມອັດຖິທະຫານເສຍສະຫຼະຊີວິດຢູ່ລາວ - ảnh 1
ຫົວໜ້າຄະນະ​ປະຕິບັດ​ງານ​ພິ​ເສດຂອງລັດຖະບານ​ຫວຽດນາມ ​ແລະ
ຫົວໜ້າຄະນະ​ປະຕິບັດ​ງານ​ພິ​ເສດຂອງລັດຖະບານ​ລາວເຊັນ​ຂໍ້​ຕົກ​ລົງ​
(ພາບ: qdnd.vn)

(vovworld) – ຕອນ​ບ່າຍວັນ​ທີ 28/5, ທີ່​ແຂວງ​ຈຳປາ​ສັກ, ປະ​ເທດ​ລາວ, ຄະນະ​ປະຕິບັດ​ງານ​ພິ​ເສດຂອງລັດຖະບານ​ຫວຽດນາມ ​ແລະ ຄະນະ​ປະຕິບັດ​ງານ​ພິ​ເສດຂອງລັດຖະບານ​ລາວ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 20 ​ແລະ ​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ກ່ຽວ​ກັບການ​ສືບ​ຕໍ່​ຊອກ​ຫາ, ຂົນສົ່ງອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຜູ້​ຊ່ຽວຊານຫວຽດນາມທີ່ເສຍສະຫຼະ​ຊີວິດ​ຢູ່​ລາວ ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ. 2 ຝ່າຍ​ຕີ​ລາຄາ​ສູງ​ບັນດາ​ໝາກຜົນທີ່​ບັນລຸ​ໄດ້​ໃນ​ການ​ຊອກ​ຫາ, ເຕົ້າ​ໂຮມ​ ອັດຖິ​​ທະຫານ​ອາສາ​ສະໝັກ ​ແລະ ຜູ້​ຊ່ຽວຊານຫວຽດນາມທີ່​ເສຍ​ຊີວິດ​ເພື່ອ​ຊາດ ​212  ຊຸດໃນ​ລະດູ​ແຫ້ງ 2014 – 2015. ​ເມື່ອ​ງ​ໃນ​ໂອກາດ​ນີ້, 2 ຝ່າຍ​ໄດ້​ລົງ​ນາມ​​​ໃນຂໍ້​ຕົກລົງຄັ້ງ​ທີ 20 ກ່ຽວ​ກັບ​ການ​ສືບ​ຕໍ່​ຊອກ​ຫາ, ​​ເຕົ້າ​ໂຮມ ​ແລະ ຂົນສົ່ງອັດຖິ​​ທະຫານ​ອາສາ​ສະໝັກ ​ແລະ ຜູ້​ຊ່ຽວຊານຫວຽດນາມທີ່ເສຍສະຫຼະ​ຊີວິດ​ໃນ​ໄລຍະ​ສົງຄາມ​ຄັ້ງ​ຕ່າງໆ​ຢູ່​ລາວ ກັບ​​ເມືອ​ບ້ານ​ເກີດ​ເມືອງ​ນອນ.

ຂ່າວ/ບົດ​ອື່ນ