ຫວຽດນາມ-ລາວເພີ່ມ ທະວີການຮ່ວມມືດ້ານ ບຳລຸງສ້າງພະນັກງານ


ຫວຽດນາມ-ລາວເພີ່ມ ທະວີການຮ່ວມມືດ້ານ ບຳລຸງສ້າງພະນັກງານ - ảnh 1

 (ພາບ: npa.org.vn )

(vovworld)-​​​​ ​ ຄະນະ​ຜູ້​ແທນ​ສະ​ຖາ​ບັນ​ການ​ເມືອງ-​ການ​ປົກຄອງ​ແຫ່ງ​ຊາດ​ລາວ ນຳ​ໂດຍ​ສາດສະດາຈານ, ດຣ ກິ​ແກ້ວ ​ໄຂ​ຄຳ​ພິທູນ ກຳມະການ​ສູນ​ກາງ​ພັກ ປຊຊ ປະຕິວັດ​ລາວ ຜູ້ອຳນວຍການ​ສະ​ຖາ​ບັນ ນຳ​ໜ້າ, ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແຕ່​ວັນ​ທີ 17-23/11. ຕອນ​ເຊົ້າວັນ​ທີ 18/11, ຄະນະ ​ໄດ້​ເຮັດ​ວຽກ​ກັບ ສະ​ຖາ​ບັນ​ການ​ເມືອງ-​ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2014-2018 ຊື່​ງຕາມ​ນັ້ນ​ແລ້ວ, ​ແຕ່ລະ​ປີ, ສະ​ຖາ​ບັນ​ການ​ເມືອງ-​ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ຈະ​ບຳລຸງ​ສ້າງ​ພະນັກງານ​ຫຼັກ​ແຫຼ່ງຂອງ​ພັກ ​ແລະ ລັດລາວ ຕາມຫຼັກສູດ​ທິດ​ສະ​ດີກາ​ນ​ເມືອງ​ຂັ້ນສູງ, ບັນດາ​ຊຸດ​ຝຶກ​ອົບຮົ​ມວິຊາ​ການ, ວິຊາ​ສະ​ເພາະ​ວຽກ​ງານ​ຈັດຕັ້ງ, ກວດກາ, ​ໂຄສະນາ​ອົບຮົມ, ການ​ຕ່າງປະ​ເທດ ​ແລະ ບຳລຸງ​ສ້າງ​ຄູ​ອາຈານ​ການ​ເມື​ອງ. ສະ​ຖາ​ບັນ​ການ​ເມືອງ-​ການ​ປົກຄອງ​ແຫ່ງ​ຊາດລາວ ຮັບ​ບຳລຸງ​ສ້າງ​ປະລິນຍາ​ເອກ, ປະລິນຍາ​ໂທ, ປະລິນຍາ​ຕີ​ຂະ​ແໜງ​ການ​ເມືອງ​ມາກ-​ເລ​ນິນ, ປະລິນຍາ​ຕີ​ຂະ​ແໜງ: ບໍລິຫານ, ຈັດຕັ້ງ, ກວດກາ, ສື່ສານ-​ພິມ​ຈຳໜ່າຍ./.

ຂ່າວ/ບົດ​ອື່ນ