ຫວຽດນາມ,ລາວເພີ່ມທະວີການຮ່ວມມື. ຕໍ່ສູ້ຕ້ານອາດຊະຍາກຳທຸກປະເພດ

ຫວຽດນາມ,ລາວເພີ່ມທະວີການຮ່ວມມື. ຕໍ່ສູ້ຕ້ານອາດຊະຍາກຳທຸກປະເພດ - ảnh 1
(ພິທີຕ້ອນຮັບທ່ານ​ລັດຖະມົນຕີ​ ​ເຈິ່ນດ້າຍ​ກວາງ )

(vovworld) - ວັນ​ທີ 24/12, ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ, ທ່ານ​ພົນ​ເອກ ​ເຈິ່ນດ້າຍ​ກວາງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ, ພົນ​ຕີ ສົມ​ແກ້ວ ສີ​ລະ​ວົງ. ນະ​ທີ່​ນີ້, ລັດຖະມົນຕີ​ວ່າການ​ທັງ​ສອງ​ທ່ານ ​ໄດ້​ເຫັນ​ດີ​ເປັນ​ເອກະສັນນຳ​ກັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕໍ່ສູ້​ຕ້ານ​ກົນອຸບາຍ, ການ​ເຄື່ອນ​ໄຫວ​ມ້າງ​ທຳລາຍ​ສອງ​ປະ​ເທດ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ; ປະຕິ​ການ; ສົມທົບ​ກັນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ, ປອດ​ໄພ​ໃຫ້​ບັນດາ​ກອງ​ປະຊຸມ​ສາກົນ, ບັນດາ​ເຫດການ​ສຳຄັນ​ທີ່​ດຳ​ເນີນ​ຢູ່​ສອງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ສອງ​ກະຊວງ​ຈະ​ຍູ້​ແຮງ​ວຽກ​ງານ​ຕໍ່ສູ້​ກັບ​ບັນດາ​ອາດ​ຊະ​ຍາກໍາທີ່​ມີ​ການຈັດ​ຕັ້ງ, ຂ້າມ​ຊາດ, ພິ​ເສດ​ແມ່ນ​ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ, ອາດ​ຊະ​ຍາກ​ຳນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ; ສົມທົບ​ກັນ​ຊອກ​ຈັບ​ບັນດາ​ເປົ້າ​ໝາຍ​ລະ​ເມີດ​ກົດໝາຍ; ຄົ້ນ​ຄ້ວາ, ດຳ​ເນີນ​ການ​ເຈລະຈາ​ເພື່ອ​ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ສັນຍາ​ພາ​ຕົວ​ອາດ​ຊະ​ຍາກ​ອນ… ສອງ​ຝ່າຍ​ຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ຂົງ​ເຂດ​ກໍ່ສ້າງ, ບຳລຸງ​ພະນັກງານ ​ແລະ ໜູນ​ຊ່ວຍອຸປະກອນ, ພາຫະນະ​ດ້ານ​ວິຊາ​ການ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ປົກ​ປັກ​ຮັກສາ​ຄວາມ​ສະ​ຫງົບ​​ແຫ່ງ​ຊາດ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ສິ້ນ​ສຸດ​ການ​ເຈລະຈາ, ທ່ານ​ລັດຖະມົນຕີ​ ​ເຈິ່ນດ້າຍ​ກວາງ ​ແລະ ທ່ານ​ລັດຖະມົນຕີ​ ສົມ​ແກ້ວ ສີ​ລະ​ວົງ ​ໄດ້​ລົງ​ນາມ​ໃນ​ແຜນການ​ຜັນ​ຂະຫຍາຍ​ສັນຍາ​ຮ່ວມ​ມື​ ລະຫວ່າງ​ກະຊວງ​ຕຳຫຼວດ​ ສສ.ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບ ສປປ.ລາວ​ປີ 2016.

 

 

 

 

ຂ່າວ/ບົດ​ອື່ນ