ຫວຽດນາມ-ລາວເພີ່ມທະວີແລກປ່ຽນບົດຮຽນໃນວຽກງານກວດກາ

ຫວຽດນາມ-ລາວເພີ່ມທະວີແລກປ່ຽນບົດຮຽນໃນວຽກງານກວດກາ - ảnh 1
ທ່ານຫົວໜ້າອົງການ​ກວດກາ​ລັດຖະບານ ຮວິ່ນຟອງ​ແຈງ
(ພາບ: ອິນເຕີແນັດ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 25/8 ຢູ່​ຮ່າ​ໂນ້ຍ, ທ່ານຫົວໜ້າອົງການ​ກວດກາ​ລັດຖະບານ ຮວິ່ນຟອງ​ແຈງ ​ໄດ້​ໃຫ້ການ​ຕ້ອຍ​ຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການກວດກາ​ລັດຖະບານ ລາວ ​ໂດຍ​ທ່ານຫົວໜ້າ​ຄະນະ​ກວດກາ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ຫົວ​ໜ້າ​ອົງການ​ກວດກາ​ລັດຖະບານ ລາວ ບຸນ​ທອງ ຈິດ​ມະນີ ​ເປັນ​ຫົວໜ້າ​ຄະນະ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ອົງການ​ກວດກາ​ລັດຖະບານ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານຫົວໜ້າ​ອົງການ​ກວດກາ​ລັດຖະບານຫວຽດນາມ ຮວິ່ນຟອງ​ແຈງ ຊີ້​ແຈ້ງວ່າ: ນັບ​ແຕ່​ປີ 1995 ມາ​ຮອດ​ປະ​ຈຸ​ບັນ, 2 ຝ່າຍ​ຮັກສາ​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນຂັ້ນ​ສູງ ​ແລະ ຂັ້ນ​ວິຊາ​ການ​ເປັນ​ປະຈຳ ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ກວດກາ, ​ແກ້​ໄຂ​ຮ້ອງທຸກ, ​ຮ້ອງຟ້ອງ, ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. 2 ຝ່າຍ​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື 4 ​ເທື່ອ​ກ່ຽວ​ກັບ​ວຽກ​ງານ​ກວດກາ, ​ແກ້​ໄຂ​ຮ້ອງທຸກ​ຮ້ອງ​ຟ້ອງ ​ແລະ ປ້ອງ​ກັນ​ຕ້ານ​ການ​ສໍ້​ລາ​​ດບັງ​ຫຼວງ. ທ່ານ ບຸນ​ທອງ ຈິດ​ມະນີ ຫວັງ​ວ່າອົງການ​ກວດກາ​ລັດຖະບານ 2 ປະ​ເທດ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ກ່ວາ​ອີກ, ພິ​ເສດ​​ແມ່ນ​ຜ່ານ​ການ​ແລກປ່ຽນ​ບົດຮຽນ​​ໃນວຽກ​ງານກວດກາ ​ເພື່ອ​ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​ຂອງ​ວຽກ​ງານ​ກວດກາ, ວຽກ​ງານ​ແກ້​ໄຂ​ຮ້ອງທຸກ, ຮ້ອງ​ຟ້ອງ, ປ້ອງ​ກັນ ຕ້ານການ​​ສໍ້​ລາດ​ບັງ​ລວງ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ