ຫວຽດນາມ-ລາວແບ່ງປັນບົດຮຽນກ່ຽວກັບການຄຸ້ມຄອງງົບປະມານແຫ່ງລັດ

ຫວຽດນາມ-ລາວແບ່ງປັນບົດຮຽນກ່ຽວກັບການຄຸ້ມຄອງງົບປະມານແຫ່ງລັດ - ảnh 1
ຫວຽດນາມ - ລາວ ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ງົບ​ປະມານ​​ແຫ່ງ​ລັດ
(ພາບ: vietnamplus.vn)

(vovworld) –  ວັນ​ທີ 27/06, ຢູ່​ນະຄອນຫຼວງວຽກ​ຈັນ, ກະຊວງ​ການ​​ເງິນ​ລາວ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ບົດ​ຮຽນ​ຕົວ​ຈິງ​ຂອງ​ຫວຽດນາມ ກ່ຽວກັບ​ການ​ຄຸ້ມ​ຄອງ​​ການ​ເງິນ, ງົບປະມານ​ແຫ່ງ​ລັດ. ກອງປະຊຸມ​ສຳ​ມະ​ນາ​ຍັງ​ໄດ້​ຮັບ​ຟັງ​ບັນດາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ​ໜີ້​ສິນ​ແກ່ຍາວ​ໃນ​ການ​ກໍ່ສ້າງ​​ພື້ນຖານ​ຂອງ​ໂຄງ​ການ​ລົງທຶນຂອງ​ລັດ; ບົດ​ຮຽນ​ກ່ຽວ​ກັບ​ການຈັດ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ງົບປະ​ມານ​ແຫ່ງ​ລັດ… ​ໂດຍ​ບັນດາ​ຜູ້​ຊ່ຽວຊານດ້ານ​ການ​ເງິນ​ຫວຽດນາມ ສະ​ເໜີ. ​ໂດຍ​ຕາງໜ້າ​​ໃຫ້​ກະຊວງ​ການ​ເງິນ​ລາວ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິ​ນລາວ ຫລຽນ ທີ​ແກ້ວ ​ໄດ້ຂອບ​ໃຈ​ບັນດາ​ຜູ້​ຊ່ຽວຊານ​ຫວຽດນາມ ​ໄດ້​ມີ​ຄຳ​ເຫັນ​ອັນ​ລ້ຳ​ຄ່າ, ມີ​ປະ​ໂຫຍ​ດກ່ຽວ​ກັບ​ການ​ຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດ ​ແລະ ​ເຊື່ອ​ໝັ້ນ​ວ່າ ບັນດາ​ບົດຮຽນ​ຂອງ​ຫວຽດນາມ ຈະ​ຊ່ວຍ​ໃຫ້​ຂະ​ແໜງ​ການ​ເງິ​ນລາວ ບັນລຸ​ປະສິດທິ​ຜົນ​ດີກວ່າ​ໃນ​ວຽກ​ງານ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ການ​ເງິນ ຫວຽດນາມ - ລາວ ​ໃຫ້​ພັດທະນາ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ