ຫວຽດນາມວາງຈຸດໝາຍປັບປຸງພື້ນຖານເສດຖະກິດມະຫາພາກຢ່າງໝັ້ນຄົງ

ຫວຽດນາມວາງຈຸດໝາຍປັບປຸງພື້ນຖານເສດຖະກິດມະຫາພາກຢ່າງໝັ້ນຄົງ - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ

(vovworld) – ​​ວັນ​ທີ 1/11, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 12 ໄດ້​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 05 ກ່ຽວ​ກັບ​ບາງ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃຫຍ່​ເພື່ອ​ສືບ​ຕໍ່​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ, ກຳ​ລັງ​​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສ​ດ​ຖະ​ກິດ. ມະ​ຕິ​ໄດ້​ຊີ້​ແຈ້ງວ່​າ, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ ແລະ ກຳ​ລັງ​​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ເພື່ອພັດ​ທະ​ນາ​​ຢ່າງໄວ ແລະ ​ໝັ້ນ​ຄົງ​ໃນ​ທຸກ​ ​ດ້ານ​ນັບ​ທັງ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ. ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ຕິດ​ພັນ​ກັບ​ການ​ປະ​ຕິ​ບັດ 3 ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ຢ່າງ​ແໜ້ນ​ແຟ້ນ, ​ສ້າງໂຄງ​ປະ​ກອບ​ພື້ນ​ຖ​ຖານ​ເສດ​ຖະ​ກິດ​ດ້ວຍ​ຈຸດ​ສຸມບຸ​ລິ​ມະ​ສິດ, ​ແມ່ນ: ປັບ​ປຸງ​ລະ​ບອບ​ເສດ​ຖະ​ກິດ​ການ​ຕະຫຼາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ, ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ປັບ​ປຸງ​ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ​ເພື່ອ​ສ້າງ​ຄວາມ​ອຶງດູດ​, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເລີ່ມດ​ຳ​ເນີນ​ອາ​ຊີບ ແລະ ​ການປ່ຽນ​ໃໝ່, ​ການ​ປະ​ດິດ​ສ້າງ…

        ມະ​ຕິ​ວາງ​ຈຸດ​ໝາຍ​ປັບ​ປຸງ​ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ໝັ້ນ​ຄົງ, ຄວບ​ຄຸມ​ໄພ​ເງິນ​ເຟີ້​​ໃຫ້​ຢູ່​ໃນ​ລະ​ດັ​ບສະ​ເລ່ຍ​ຕ່ຳ​ກ່​ວາ 5%/ປີ, ຫລຸດ​ຜ່ອນ​ອັດ​ຕາ​​ລາຍ​ຈ່າຍເກີນ​ດຸນ​ງົບ​ປະ​ມານ​ແຫ່ງ​ລັດ, ຮອດ​ປີ 2020 ​ໃຫ້​ຫລຸດລົງ​ຕ່ຳ​ກ່​ວາ​ລະ​ດັບ 4% GDP, ຮອດ​ປີ 2030 ​ຫລຸດລົງ​ປະ​ມານ 3% GDP. ໄລ​ຍະ 2016 – 2020, ແຕ່​ລະ​ປີ​ມີ​ວິ​ສາ​ຫະ​ກິດ​ປະ​ມານ 30 – 35% ​ມີ​ການ​ເຄື່ອນ​ໄຫວ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ຕາມນັ້ນ​ແລ້ວ, ສືບ​ຕໍ່​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ ແລະ ປັບ​ປຸງ​ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ໝັ້​ນ​ຄົງ, ເຂັ້ມ​ແຂງ, ຄວບ​ຄຸ​ມ​ໄພ​ເງິນ​ເຟີ້​ເປັນ​ຢ່າງ​ດີ…

        ມະ​ຕິ​ໄດ້​ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ສືບ​ຕໍ່​ປະ​ຕິ​ບັດ 3 ຂອດ​ບຸກ​ທະ​ລ​ຸ​ຍຸດ​ທະ​ສາດ​ແມ່ນ ປັບ​ປຸງ​ລະ​ບອບ​ເສດ​ຖະ​ກິດ​ການ​ຕະຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ, ຈຸດ​ສຸມ​ແມ່​ນ​ປັບ​ປຸງ​ລະ​ບອບ​ກ່ຽວ​ກັບ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ກຳ​ນົດ​ລາ​ຄາ​ລັດ​ວິ​ສາ​ຫະ​ກິດ… ພັ​ດ​ທະ​ນາ​ຕະຫຼາດ​ການ​ເງິນ, ປັບ​ປຸງ​ລະ​ບອບ​ຄຸ້ມ​ຄອງ​ການ​ລົງ​ທຶນ​ແຫ່ງ​ລັດ, ຮັບ​ປະ​ກັນ​ປະ​ສິ​ດ​ທິ​ຜົນ ແລະ ເໝາະ​ສົມ​ກັບ​ທຳ​ນຽມ​ສາ​ກົນ… ສືບ​ຕໍ່​ພັດ​ທະ​ນາ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ - ສັງ​ຄົມ​ໃຫ້​ຄົບ​ຊຸດ, ທັນ​ສະ​ໄໝ. ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຫວຽດ​ນາມ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການພັດ​ທະ​ນາ ແລະ ການ​ເຊື່ອມ​ໂຍງ​ຂອງ​ປະ​ເທດ​ຊາດ.

        ມະ​ຕິ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ ແລະ ຖ່າຍ​ທອດ​ ວິ​ທະ​ຍາ​ສາດ -ເຕັກ​ໂນ​ໂລ​ຢີ, ພ​ິ​ເສດ​ແມ່ນ ວິ​ທະ​ຍາ​ສາດ -ເຕັກ​ໂນ​ໂລ​ຢີທັນ​ສະ​ໄໝ, ຖືນີ້​ແມ່ນ​ປັດ​ໄຈ​​ຕົ້ນ​ຕໍ​ເພື່ອ​ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ ແລະ ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ຍູ້​ແຮງ​​ການ​ສ້າງໂຄງ​ປະ​ກອບ​ສັງ​ລວມ​ຂອງ​ຂະ​ແໜງ, ຂົງ​ເຂດ​ເສດ​ຖ​ະ​ກິດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ແລະ ແຕ່​ລະ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ດ້ວຍ​ວິ​ໄສ​ທັດ​ໄລ​ຍະ​ຍາວ, ມີ​ວິ​ວັດ​ທະ​ນາ​ການ​ລະ​ອຽດ, ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ການ​​ສ້າງໂຄງ​ປະ​ກອບ​ສັງ​ລວມ​ພື້ນ​ຖານ​ເສດ​ຖະ​ກິດ​ກັບ​ການ​ສ້າງໂຄງ​ປະ​ກອບ​ບັນ​ດາ​ຂະ​ແໜງ, ຂົງ​ເຂດ​ຈຸດ​ສຸມ. ມະ​ຕິກໍ່​ເນັ້ນ​ໜ​ັກ​ເລື່ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປ່ຽ​ນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຕິດ​ພັນ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ​ການປ່ຽນ​ໃໝ່​​ແບບ​ວິ​ທີ, ຍົກ​ສູງ​ຄວາມ​ສາ​ມາດ, ຜົນ​ສັກ​ສິດ ແລະ ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ​ຂອງ​ລັດ.


ຂ່າວ/ບົດ​ອື່ນ