ຫວຽດນາມສົ່ງສານພັດທະນາແບບຍືນຍົງຢູ່ງານວາງສະແດງPollutec2016 ຢູ່ ສ.ຝຣັ່ງ

ຫວຽດນາມສົ່ງສານພັດທະນາແບບຍືນຍົງຢູ່ງານວາງສະແດງPollutec2016 ຢູ່ ສ.ຝຣັ່ງ - ảnh 1
ການ​ຕັດ​ແຖບ​ຜ້າ​ໄຂ​ກອງ​ປະ​ຊຸມ

(vovworld) ຫວຽດ​ນາມ ​ແມ່ນ​ປະ​ເທດກິ​ຕິ​ມະ​ສັກຖືກ​ເຊີນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສາ​ກົນ​ກ່ຽວ​ກັບ​​ພາ​ຫະ​ນະ​ເຄື່ອງ​ຈັກ, ເຕັກ​ໂນ​ໂລຢ​ີ ແລະ ການ​ບໍ​ລິ​ການ​ສິ່ງ​ແວດ​ລ້ອມ Pollutec 2016, ພວມ​​ດຳ​ເນີນ​ຢູ່​ສ. ຝ​ຣັ່ງ. ທ່ານ ເຈີ່​ນ​ຮົ່ງ​ຮ່າ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແ0ລະ ສິ່ງ​ແວດ​ລ້ອມ ​ຫວຽດ​ນາມ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ ແລະ ການ​ເງິນ ຝ​ຣັ່ງ ຮັບ​ຜິດ​ຊອບ​ອຸດ​ສາ​ຫະ​ກຳ ໄດ້​ພ້ອ​ມ​ກັນ​ຕັດ​ແຖບ​ຜ້າ​ໄຂ​ງານ​ວາງ​ສະ​ແດງ ແລະ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ສື່ມວນ​ຊົນ ແລະ ສື່​ສານ​ສາ​ກົນ. ຮ້ານ​ວາງ​ສະ​ແດງ​ຂອງ ຫວຽດ​ນາມ ໄດ້​ວາງ​ສະ​ແດງ​ຮູບ​ພາບ, ສາຍວີ​ດີ​ໂອ, ຮູບ​ຈຳ​ລອງໂຮງ​ງານ​​ບຳ​ບັດ​ນ້ຳ​ເສຍ​ຢູ່​ໝູ່​ບ້ານອາ​ຊີບ ເກົ່າ​ງ່າ… ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່​​ມວນ​ຊົນ​ສາ​ກົນ, ທ່ານ​ລັດ​ຖະ​ມົນ​ຕີ ເຈີ່​ນ​ຮົ່ງ​ຮ່າ ໄດ້​ເນັ້ນ​ໜັກ​​ເຖິງແຜນ​ນະ​ໂຍ​ບາຍ​ຂອງ ຫວຽດ​ນາມ ແມ່ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ:

        “ເພື່ອ​ໃຫ້​ປະ​ເທດ​ໜຶ່ງ​ພັດ​ທະ​ນາ, ໃນ​ອະ​ນາ​ຄົດ​ໃກ້ໆ​ນີ້, ໃນ​ການ​ກຳ​ນົດ​ທິດ​ທັນ​ສະ​ໄໝ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ຂຽວ - ການ​ເຕີບ​ໂຕ​ຂຽວ - ເສດ​ຖະ​ກິດ​ກາກບອນ​ຕ່ຳ. ສິ່ງ​ດັ່ງ​ກ່າວ​ໄດ້​ຢັ້ງ​ຢືນ​ຄວາມ​ສຳ​ຄັນ​ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ສິ່ງ​ແວດ​ລ້ອມ, ນ​ຳ​ໃຊ້ ແລະ ​ປະ​ດິ​ດ​ສ້າງ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ທຳ​ມະ​ຊາດ, ຜະ​ລິດ​ຄືນ​ໃໝ່​ຄື​ພະ​ລັງ​ງານ​ດວງຕາ​ເວັນ, ພະ​ລັງ​ງານ​ແຮງ​ລົມ ແທນ​ທີ່​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ບໍ່​ແຮ່. ພື້ນ​ຖານ​ເສດ​ຖະ​ກິດ ກາ​ກບອນ​ຕ່ຳ, ພື້ນ​ຖານ​ເສດ​ຖະ​ກິດ​ຕ້ອງ​ອີງ​ໃສ່​ຄວາມ​ຮູ້​ແມ່ນ​ສິ່ງ​ທີ່ ຫວຽດ​ນາມ ຕ້ອງ​ການ, ຫວຽດ​ນາມ ຕ້ອງ​ມີ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ສິ່ງ​ແວດ​ລ້ອມ​ແຂງ​ແຮງ, ເພື່ອ​ພັດ​ທະ​ນາ​​ໃຫ້ດຸ່ນ​ດ່ຽງ ແລະ ຍືນ​ຍົງ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ພ້ອມ​ກັບ​ການ​ເຕີບ​ໂຕ.”


ຂ່າວ/ບົດ​ອື່ນ