ຫວຽດນາມສົ່ງອອກເກີນດຸນ 200 ລ້ານ USD ໃນເດືອນ 01/2013

ຫວຽດນາມສົ່ງອອກເກີນດຸນ 200 ລ້ານ USD ໃນເດືອນ 01/2013 - ảnh 1
(ພາບປະກອບ)
(vovworld) -     ວົງ​ເງິນ​ສົ່ງ​ອອກ, ນຳ​ເຂົ້າ​ໃນ​ເດືອນ 01/2013 ຂອງ​ຫວຽດນາມ ບັນລຸ​ລະດັບ 10,1 ຕື້ USD, ​ໃນ​ນັ້ນ, ການ​ສົ່ງ​ອອກ​ເກີນ​ດູ​ນບັນລຸ​ປະມານ 200 ລ້ານ USD. ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2012, ວົງ​ເງິນ​ສົ່ງ​ອອກ​ສິນຄ້າໃນ​ເດືອນ 1 ​​ໄດ້ເພີ່ມຂຶ້ນ 43,2%. ສິນ​ຄ້າ​ຕົ້ນ​ຕໍ​ບາງ​ປະ​ເພດມີ​ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ສູງ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2012 ​ແມ່ນ​ໂທລະ​ສັບ ​ແລະ ​ເຄື່ອງ​ອຸປະ​ກອນ​ໂທລະສັບ, ເຄື່ອງ​ເອ​ເລັກ​ໂຕ​ນິກ ​ແລະ ສິ້ນ​ສ່ວນ. ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັນ​ທີ 04/02, ທ່ານ​ນາງ ຟ້າມທິຢ້ຽວຮ່າ, ຮອງຫົວໜ້າ​ກົມ​ຂາ​ເຂົ້າຂາ​ອອກ, ກະຊວງ​ອຸດສາຫະກຳ​ການ​ຄ້າ ​ໃຫ້​ຂໍ້​ສັງ​ເກດ​ວ່າ ນີ້​ແມ່ນ​ສັນຍານ​ທີ່​ໜ້າ​ຊື່ນ​ຊົມ. ​ເຖິງ​​ແມ່ນວ່າ, ສະພາບ​ການ​ສົ່ງ​ອອກ​ໃນ​ປີ 2013 ກໍຈະ​ຕ້ອງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ໜ້ອຍ.

        “ບັນດາ​ຕະຫຼາດ​ສົ່ງ​ອອກ​ຈຸດ​ສຸມ​ຂອງ​ຫວຽດນາມ ​ໄດ້​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ບັນດາ​ປະ​ເທດ​ນຳ​ເຂົ້າ​ໄດ້​ຍົກ​ອອກ​ນະ​ໂຍບາຍ​ອາລັກຂາ, ຂົ້ວ​ກີດຂວາງ​ສຳລັບ​ການ​ສົ່ງ​ອອກ. ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​ທີ່​ລັດຖະບານ​ວາງ​ອອກ ​ຄືລະດັບເຕີບ​ໂຕ​​ໃນ​ການ​ສົ່ງ​ອອກ​ແມ່ນ 10%, ວົງ​ເງິນ​ສົ່ງ​ອອກ​ບັນລຸ​ລະດັບ 126 ຕື້ USD ​ແມ່ນ​ໜ້າ​ທີ່​ອັນ​ໜັກໜ່ວງ. ​ເພາະສະ​ນັ້ນ, ຕ້ອງ​ມະ​ນາ​ພະຍາຍາມທີ່​ສຸດ​ໃນ​ການ​ຊີ້​ນຳ​ບໍລິຫານ​ຂອງ​ລັດຖະບານ, ບັນດາ​ກະຊວງ ​ແລະ ວິ​ສາ​ຫະກິດ”.

        ​ແລະ​ກໍ​ໃນ​ການ​ປະຊຸມ​ຂ່າວ, ​ເມື່ອ​ເຕື້ອງ​ເຖິງ​ສະພາບການ​​ສະໜອງ ​ແລະ ຄວາມ​ຕ້ອງການ​ສິນ​ຄ້າ ​ແລະ ຄວບ​ຄຸມ​ລາຄາ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ທ່ານ ຫວໍ​ວັນ​ກວຽນ, ຫົວ​ໜ້າ​ກົມ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ໃຫ້​ຮູ້​ວ່າ.

        “​ແຫຼ່ງສະໜອງ​ສັດລ້ຽງ, ສັດ​ປີກ, ຜັກ ໝາກ​​ໄມ້ພິ​ເສດ​ແມ່ນ​ຢູ່ 2 ນະຄອນ​ໃຫຍ່​ຄື​ຮ່າ​ໂນ້ຍ ​ແລະ ​ໂຮ່ຈິ​ມິນ ​ແມ່ນຕອບ​ສະໜອງ​ໄດ້​ໂດຍ​ພື້ນຖານ. ​​ບາງ​ເທື່ອ​ໃນ​ໄລຍະ​ໃກ້ໆ​ບຸນ​ປີ​ໃໝ່ ຫຼື ພາຍຫຼັງ​ບຸນປີ​ໃໝ່ສິນ​ຄ້າ​ປາງ​ປະ​ເພດ​ອາດຈະ​ຂຶ້ນລາຄາ. ການ​ເພີ່ມ​ລາຄາ​ນັ້ນ​ໄດ້​ມີລັກສະນະ​ຊົ່ວ​ຄາວຫາກ​ບໍ່​​ແມ່ນ​ຂາດ​ແຄນ​ສິນ​ຄ້າ​ຈົ່ງເຮັດ​ໃຫ້​ລາຄາ​ເພີ່ມ​ຂຶ້ນ ຫຼື​ວ່າ ຂາດ​ຄວາມ​ດຸນ​ດຽງ​ລະຫວ່າງການ​ສະໜອງ​ຄວາມ​ຕ້ອງການສິ້ນ​ຄ້າ​”.


ຂ່າວ/ບົດ​ອື່ນ