ຫວຽດນາມສົ່ງອອກເກີນດູນໃນໄຕມາດທີ 1 ເກືອບ 3,8 ຕື້ USD

(VOVWORLD) -ກົມໃຫຍ່ພາສີຫາກໍ່ປະກາດຕົວເລກກ່ຽວກັບການສົ່ງອອກ-ນຳເຂົ້າໃນເດືອນມີນາ 2020.

ຍອດວົງເງິນຂອງທົ່ວປະເທດບັນລຸກວ່າ 46 ຕື້ USD, ເພີ່ມຂຶ້ນ 17% ເມື່ອທຽບໃສ່ເດືອນ ກຸມພາ, ໃນນັ້ນການສົ່ງອອກບັນລຸກວ່າ 24 ຕື້ USD, ເພີ່ມຂຶ້ນເກືອບ 16%.

ໄລ່ລວມແລ້ວ, ໃນໄຕມາດທີ 1 ວົງເງິນສົ່ງອອກ - ນຳເຂົ້າບັນລຸເກືອບ 123 ຕື້ USD, ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ສ່ວນເກີນການຄ້າໃນໄຕມາດທີ 1 ບັນລຸເກືອບ 3,8 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ