ຫວຽດນາມສູ້ຊົນບັນລຸລະດັບປານກາງອາຊຽນກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ

ຫວຽດນາມສູ້ຊົນບັນລຸລະດັບປານກາງອາຊຽນກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ - ảnh 1
(ພາບປະກອບ)

(vovworld) –​​ ຕອນ​ເຊົ້າ​ວັນ​ທີ 18/05 ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າການ​ລັດຖະບານ ​ແລະ ສະ​ຖາ​ບັນ​ຄົ້ນຄວ້າ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ​ສົມທົບ​ກັບ​ອົງ​ການ​ພັດທະນາ​ສາກົນ ອາ​ເມ​ລິ​ກາ (USAID) ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ຍົກ​ສູງ​ກຳລັງຄວາມ​ສາມາດ​​ແກ່ງ​ແຍ້​ງ​ແຫ່ງ​ຊາດ. ຕາມ​ການ​ຕີ​ລາຄາ​ຂອງ​ຫ້ອງ​ວ່າການ​ລັດຖະບານ​ແລ້ວ ພາຍຫລັງ 2 ປີແຫ່ງການ​ຜັນ​ຂະຫຍາຍ​ມະຕິ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ແລະ ​​ດຳ​ເນີນ​ທຸລະ​ກິດ​ຂອງ ຫວຽດນາມ ມີ​ບັນດາ​ບາດກ້າວປັບປຸງ, ກຳລັງຄວາມ​ສາມາດ​​ແກ່ງ​ແຍ້​ງ​ໄດ້​ຮັບການຍົກ​ສູງ​ຂຶ້ນ, ​ໄດ້​ຮັບການຕີລາຄາສູງ ແລະ ຮັບ​ຮູ້​ຈາກ​ບັນດາ​ອົງການ​ຈັດຕັ້ງສາກົນທີ່​ມີອິດທິຜົນ​ຊື່​ສຽງ, ປະຊາ​ຄົມ​ວິ​ສາ​ຫະກິດ​ ​ແລະ ນັບ​ມື້​ນັບມີ​ຄວາມ​ຫວັງ​ຕໍ່​ບັນດາ​ຄວາ​ມານະ​ພະຍາຍາມ​ຂອງ​ລັດຖະບານ. ຫ້ອງ​ວ່າການ​ລັດຖະບານ ຈະ​ປະຕິ​ບັດການກວດກາຕິດຕາມກວດກາບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ໂດຍ​ກົງ ​ໃນ​ການ​ປະຕິບັດ​ຜັນ​ຂະຫຍາຍ​ບັນດາຕົວ​ເລກ​ຄາດໝາຍ​ກ່ຽວ​ກັບ: ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ກ່ຽວຂ້ອງ​ເຖິງ​ພາສີ, ອາກອນ, ປະກັນ​ສັງຄົມ…​ໃນ​ໄລຍະ 2016 – 2017, ຫວຽດນາມ ວາງ​ເປົ້າໝາຍ​ບັນລຸ​ບັນດາ​ຕົວ​ເລກດັດຊະນີ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ລະດັບ​ປານ​ກາງ ກຸ່ມ​ປະ​ເທດ ອາ​ຊຽນ 4 (ສິງກະ​ໂປ​, ​ໄທ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ).

 

ຂ່າວ/ບົດ​ອື່ນ