ຫວຽດນາມສູ້ຊົນບັນລຸລະດັບເຕີບໂຕ 6,7% ໃນປີ 2018

(VOVWORLD) -ຕອນເຊົ້າວັນທີ 2 ເມສາ, ຢູ່ຮ່າໂນ້ຍ, ລັດຖະບານໄດ້ດຳເນີນກອງປະຊຸມສາມັນ ປະຈຳເດືອນມີນາ ໂດຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.
ຫວຽດນາມສູ້ຊົນບັນລຸລະດັບເຕີບໂຕ 6,7% ໃນປີ 2018 - ảnh 1ທ່ານານຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:vov)

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາວ່າ: ເສດຖະກິດສັງຄົມໃນໄຕມາດທີ 1 ໄດ້ເຕີບໂຕຢ່າງສະດວກໃນທຸກຂົງເຂດ. GDP ໃນໄຕມາດທີ 1 ຂອງປີ 2018 ບັນລຸອັດຕາສູງສຸດໃນຮອບ 10 ປີຜ່ານມາ, ເຊິ່ງບັນລຸລະດັບ 7,38%. ພ້ອມກັນນັ້ນ, ຫວຽດນາມໄດ້ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ພິເສດ, ລັດຖະບານໄດ້ຈັດຕັ້ງກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ຄັ້ງທີ 6 (GMS6) ແລະ ກອງປະຊຸມສຸດຍອດຮ່ວມມືເຂດສາມຫຼ່ຽມພັດທະນາ ກໍາປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10) ດ້ວຍຫຼາຍຂໍ້ລິເລີ່ມຂອງຫວຽດນາມ ໂດຍປະສົບຜົນສຳເລັດຢ່າງຈົບງາມ. ກອງປະຊຸມຄັ້ງນີ້ໄດ້ຍົກສູງບົດບາດ ແລະຄວາມໄວ້ເນື້ອເຊື່ອໃຈຂອງຫວຽດນາມໃນເວທີສາກົນ.

        ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຕອນເຊົ້າວັນທີ 2 ເມສາ, ໜັງສືພິມການເງິນ NIKKEI (ຍີ່ປຸ່ນ) ໄດ້ໃຫ້ຮູ້ກ່ຽວກັບດັດຊະນີຊື້ສິນຄ້າຂອງຫວຽດນາມ ບັນລຸ 51,6 ດັດຊະນີ ແລະ ຫວຽດນາມເປັນໜຶ່ງໃນສອງປະເທດຂອງອາຊີຕາເວັນອອກສ່ຽງໃຕ້ ທີ່ມີດັດຊະນີສູງກວ່າ 50 ດັດຊະນີ ໃນສະພາບການທີ່ດັດຊະນີຂອງບັນດາພື້ນຖານເສດຖະກິດອື່ນໆພວມຫຼຸດລົງ. ສະພາບແວດລ້ອມການລົງທຶນດຳເນີນທຸລະກິດສືບຕໍ່ໄດ້ຮັບການປັບປຸງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ບັນດາສະມາຊິກລັດຖະບານ ຈົ່ງປະກອບຄຳຄິດເຫັນເຂົ້າໃນແຜນການການເຕີບໂຕ ປີ 2018, ຕາມທິດສູ້ຊົນບັນລຸໜ້ອຍສຸດແມ່ນຢູ່ໃນລະດັບ 6,7% (ສູງກວ່າລະດັບທີ່ສະພາແຫ່ງຊາດວາງອອກ ແມ່ນ 6,5%).

   ທ່ານນາຍົກລັດຖະມົນຕີກ່າວວ່າ : 

“ ບັນດາຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ, ຈິ້ງດີງຢຸງ, ໄດ້ໂຮມປະຊຸມຕີລາຄາຄືນການເຄື່ອນໄຫວຂອງບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່, ເຮັດໃຫ້ຈະແຈ້ງກ່ຽວກັບສະພາບຄວາມເປັນຈິງ, ຄວາມສາມາດຜະລິດ ແລະ ດຳເນີນທຸລະກິດ ພ້ອມທັງວາງແຜນການລະອຽດໃຫ້ແກ່ການເຕີບໂຕເພື່ອຮັບປະກັນຄາດໝາຍການເຕີບໂຕຂອງປີນີ້. ສະພາແຫ່ງຊາດໄດ້ວາງຄາດໝາຍການເຕີບໂຕແຕ່ 6,5 ຫາ 6,7%ໃນປີ 2018. ປະຈຸບັນໄດ້ໝົດໄຕມາດ 1 ແລ້ວ, ຂ້າພະເຈົ້າສະເໜີວ່າ ພວກເຮົາສູ້ຊົນບັນລຸຢ່າງໜ້ອຍສຸດແມ່ນລະດັບ 6,7%, ຈາກນັ້ນ ກໍວາງບັນດາຕົວເລກລະອຽດອອກມາເພື່ອໃຫ້ບັນດາຂະແໜງການ ຂັ້ນຕ່າງໆທີ່ກ່ຽວຂ້ອງ ປະກອບສ່ວນເຂົ້າໃນການເຕີບໂຕ ”

ຕອບກັບ

ຂ່າວ/ບົດ​ອື່ນ