ຫວຽດນາມສູ້ຊົນຮອດປີ2030ແມ່ນປະເທດແຖວໜ້າໃນອາຊຽນໃນບັນດາຂົງເຂດມີທ່າແຮງ

ຫວຽດນາມສູ້ຊົນຮອດປີ2030ແມ່ນປະເທດແຖວໜ້າໃນອາຊຽນໃນບັນດາຂົງເຂດມີທ່າແຮງ - ảnh 1
ພາບປະກອບ

(vovworld) - ຫວຽດນາມ​ ສູ້​ຊົນ​ຮອດ​ປີ 2030​ ແມ່ນ​ປະ​ເທດ​ແຖວ​ໜ້າ​​​ໃນ​ອາ​ຊຽນ ໃນ​ບັນດາ​ຂົງ​ເຂດ​ມີ​ທ່າ​ແຮງ - ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ໄດ້​ຮັບ​ການ​ເຕື້ອ​ງ​ເຖິງ​ໃນຍຸດ​ທະ​ສາດ​ສັງ​ລວມ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ຮອດ​ປີ 2020, ວິ​ໄສ​ທັດ 2030 ​ໂດຍ​ ນາຍົກລັດຖະມົນຕີຫາກໍ່​ອະນຸມັດ​ຜ່ານ. ຕາມ​ນັ້ນ​ແລ້ວ, ຈຸດໝາຍສັງ​ລວມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຮອດ​ປີ 2030 ​ແມ່ນ​ປະກອບສ່ວນ​ເພີ່ມ​ທະວີ​ກຳລັງ​ແຮງ​ສັງ​ລວມ​ແຫ່ງ​ຊາດ ນຳ​ປະ​ເທດ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ໄວ, ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະພາບ, ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ, ອິດ​ທິພົນ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ.

        ສຳລັບ​ລະດັບ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ, ຫວຽດນາມ ສຸ້ຊົນ​ຮອດ​ປີ 2020 ​ຈະ​ທັດ​ທຽ​ມກັບ​ບັນດາ​ປະ​ເທດ ອາ​ຊຽນ - 6 (ບຣູ​ໄນ, ອິນ​​ໂດ​ເນ​​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງ​ກາ​ໂປ ​ແລະ ​ໄທ), ປີ 2025 ​​ແມ່ນ​ທັດ​ທຽມ​ບັນດາ​ປະ​ເທດ ອາ​ຊຽນ - 4 (ສິງ​ກາ​ໂປ, ມາ​ເລ​ເຊຍ, ​ໄທ ​ແລະ ຟິລິບ​ປິນ) ​ແລະ ຮອດ​ປີ 2030 ບື່ນຕົວ​ຂຶ້ນ​​ເຂົ້າ​ບັນຊີ​ລາຍ​ຊື່ບັນດາ​ປະ​ເທດ​ແຖວ​ໜ້າ​ໃນ ອາ​ຊຽນ ​ໃນ​ບັນດາ​ຂົງ​ເຂດທີ່ ຫວຽດນາມ ມີ​ທ່າ​ແຮງ ​ແລະ ມີ​ຍຸດ​ທະ​ຍາດ​ທັດ​ທຽມຄື​ປັບປຸງ​ສະພາ​ບ​ແວດ​ລ້ອມ​​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ.


ຂ່າວ/ບົດ​ອື່ນ