ຫວຽດນາມສິ້ນສຸດອາຍຸການສະພາບໍລິຫານUNESCOສຳເລັດຜົນ

ຫວຽດນາມສິ້ນສຸດອາຍຸການສະພາບໍລິຫານUNESCOສຳເລັດຜົນ - ảnh 1
ທ່ານ ​ເຢືອງວັນ​ກວ໋າງ
ພາບ:internet


(vovworld)-ກອງ​ປະຊຸມ​ຄັ້ງ​ທີ 37 ຂອງ​ສະມັດຊາ​ໃຫຍ່​ອົງການ UNESCO ຫາ​ກໍ​ອັດ​ລົງ. ນີ້​ແມ່ນກົງ​ກັບ​ຈຸ​ດ​ເວລາ​ຫວຽດນາມ​ສິ້ນ​ສຸດ​ອາຍຸ​ການ​ເປັນ​ສະມາຊິກ​ສະພາ​ບໍລິຫານ UNESCO(2010-2013). ທ່ານ ​ເຢືອງວັນ​ກວ໋າງ, ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ປະຈຳ UNESCO ຖື​ວ່າ: ສອງ​ເຫດການ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ຫວຽດນາມ​ໄດ້​ຮັບ​ການ​ຕັດສິນ​ໃນ​ຂອ​ບ​ເຂດ​ກອງ​ປະຊຸມ​ຄັ້ງທີ 37 ຂອງ​ສະມັດຊາ​ໃຫຍ່ UNESCO ​ນັ້ນ​ແມ່ນ​ກອງ​ປະຊຸມ​ອອກ​ມະ​ຕິ​ເຊີດຊູ​ນັກ​ກະວີ​ໃຫຍ່ ຫງວຽນ​ຢູ ຂອງ​ຫວຽດນາມ ພ້ອມ​ກັບ​ບຸລຸດ​ວັດທະນະທຳ​ອື່ນ​ໃນ​ໂລກ ​ແລະ ຫວຽດນາມ ​ໄດ້​ຮັບ​ເລືອກ​ເຟັ້ນ​ແມ່ນ​ຫນຶ່ງ​ໃນ​ 21 ສະມາຊິກ​ຂອງ​ຄະນະ​ກຳມະການ​ມໍລະດົກ​ໂລກ ອາຍຸ​ການ 2013-2017.ທ່ານເອກອັກຄະລັດຖະທູດເຢືອງວັນກວ໋າງ ກໍເນັ້ນຫນັກການປະກອບສ່ວນຢ່າງຕັ້ງຫນ້າຂອງຫວຽນາມໃນອາຍຸ
ການຜ່ານມາ ແມ່ນຊຸກຍູ້ການພົວພັນລະຫວ່າງ ອາຊຽນ ແລະUNESCO.

ຕອບກັບ

ຂ່າວ/ບົດ​ອື່ນ