ຫວຽດ​ນາມ​ສືບ​ຕໍ່ຊຸກ​ຍ​ູ້ ​ໂຄງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ສ​ປ​ຊ

(VOVWORLD) -ຕອນທ່ຽງວັນທີ 4 ພະຈິກຢູ່ໄທ, ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ການນຳບັນດາປະເທດອາຊຽນ ເຂົ້າຮ່ວມການເຮັດວຽກພິເສດກ່ຽວກັບການພັດທະນາແບບຍືນຍົງໂດຍທ່ານ ນາຍົກລັດຖະມົນຕີ ໄທ ເປັນປະທານ. 

ນະທີ່ນີ້, ບັນດາປະເທດໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັບອາຊຽນໃນດ້ານວິທະຍາສາດ - ເຕັກໂນໂລຢີ, ການເຊື່ອມຕໍ່, ພື້ນຖານໂຄງລ່າງ,ຄຸນນະພາບສູງ ນະຄອນອັດສະລິຍະ… ຫວຽດນາມ ຢັ້ງຢືນເຖິງຄຳໝັ້ນສັນຍາຊຸກຍູ້ເປົ້າໝາຍ “ມຸ່ງໄປເຖິງປະຊາຊົນ, ຖືປະຊາຊົນເປັນໃຈກາງ”, ລົງທຶນເຂົ້າມະນຸດເພື່ອຄົນລຸ້ນຫຼັງ. ໃນສະພາບການວິທະຍາສາດເຕັກໂນໂລຢີພັດທະນາຢ່າງແຮງນີ້, ບັນດາຄູ່ຮ່ວມມືອາດຈະໜູນຊ່ວຍ ແລະ ອາດຈະພິຈາລະນາກໍ່ສ້າງກອບຫຼັກການບຳລຸງສ້າງ 4.0 ແລະ ສູນ ຂໍ້ມູນຂ່າວສານປອດໄພ ຂອງ ອາຊຽນ, ພັດທະນາພາກພື້ນແມ່ນ້ຳຂອງ, ຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແບບຍືນຍົງ, ຍົກສູງລັກສະນະຍືນຍົງໃນພາກພື້ນ.

        ໂດຍເປັນປະທານອາຊຽນ 2020 ແລະ ເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ (2020 - 2021), ຫວຽດນາມຈະພະຍາຍາມສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຊຸກຍູ້ໂຄງການພັດທະນາແບບຍືນຍົງຂອງ ສປຊ. ໃນປີ 2020, ຫວຽດນາມຈະຈັດຕັ້ງເວທີປາໄສ ແມ່ຂອງ, ສົມທົບກັບບັນດາປະເທດຊຸກຍູ້ຜັນຂະຫຍາຍບັນດາໝາກຜົນຂອງກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ສປຊ ປີ 2020, ປະກອບສ່ວນນຳບັນດາເປົ້າໝາຍພັດທະນາແບບຍືນຍົງເຂົ້າສູ່ຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ