ຫວຽດນາມສືບຕໍ່ຊອກຫາເຮືອບິນມາເລເຊຍທີ່ຫາຍສາບສູນ

ຫວຽດນາມສືບຕໍ່ຊອກຫາເຮືອບິນມາເລເຊຍທີ່ຫາຍສາບສູນ - ảnh 1
ວຽກງານຊອກຫາເຮືອບິນຂອງມາເລເຊຍ ທີ່ຫາຍສາບສູນ
ສືບຕໍ່ດຳເນີນໄປຢ່າງຮີບເຮັ່ງ
ພາບ:internet


(vovworld)- ວັນ​ທີ 11/3, ຝ່າຍ​ຫວຽດນາມ ​ໄດ້​ອອກ​ຫນັງສື​ອະນຸຍາດ​ໃຫ້​ຫ້ອງການ​ຊອກ​ຫາ​ກູ້​ໄພກູ້​ຊີບ ສິງກະ​ໂປ ນຳ​ໃຊ້​ອຸປະກອນ​ຊອກ​ຫາ​ຢູ່​ໃຕ້​ທະ​ເລ, ​ເປີດ​ກວ້າງຂອບ​ເຂດ​ຊອກ​ຫາ​ທາງ​ທິດ​ຕາ​ເວັນ​ອອກ ​ແລະ ຕາ​ເວັນ​ຕົກ ​ເມື່ອ​ທຽບ​ໃສ່​ກັບ​ສະຖານ​ທີ່​ເກົ່າ​. ຊຳ້​ບໍ່​ຫນຳ ວຽກ​ງານ​ຊອກ​ຫາ​ພວມ​​ເປີດ​ກວ້າງ​ທັງ​ທາງບົກ ​ແລະ ດຳ​ເນີນ​ຢ່າງ​ຮີບ​ເຮ່ັງ​ທີ່​ສຸດ. ກອງບັນຊາ​ການຊອກ​ຫາ​ກູ້​ໄພກູ້​ຊີບ ຫວຽດນາມ ​ໃຫ້​ຮູ້​ວ່າ: ຄາດ​ວ່າ ວັນ​ທີ 12/3 ​ເຮືອບິນ ຈະ​ຊອກ​ຫາ​ຢູ່ 2 ​ເຂດ.

        ວັນ​ທີ 11/3, ຕຳຫລວດ ມາ​ເລ​ເຊຍ ​ໄດ້​ຮັບ​ຮູ້​ວ່າ ຫນຶ່ງ​ໃນ​ຜູ້​ໂດຍສານ 2 ຄົນ​ທີ່​ນຳ​ໃຊ້​ Passport(ຫນັງສືຜ່ານ​ແດນ) ​ຖືກ​ຂີ້​ຫລັກ ​ທີ່​ບິ​ນ​ໃນ​ເຮືອບິນດັ່ງກ່າວ​ແມ່ນ​ຊາວ ອີຣານ ອາຍຸ 19ປີ ບໍ່​ກ່ຽວຂ້ອງ​ເຖິງການ​ກໍ​ກາ​ນຮ້າຍ.​ໃນ​ຂະນະ​ນັ້ນ, ຕຳຫລວດ​ໄທ ກໍ​ຖື​ວ່າ: ຜູ້​ໂດຍສານ​ສອງ​ຄົນ​ທີ່​ນຳ​ໃຊ້ Passport ​ຖືກ​ຂີ້​ຫລັກ ບໍ່​ກ່ຽວຂ້ອງ​ເຖິງ​ການ​ກໍ່​ການ​ຮ້າຍ ຫາກ​ເຂົາ​ເຈົ້າ​ພຽງ​ແມ່ນ​ຜູ້​ຊອກ​ຫາ​ວິທີ​ຫລີ້​ໄພ​ຢູ່​ບັນດາ​ປະ​ເທດ ​ເອີ​ລົບ​ເທົ່າ​ນັ້ນ.

​ເຮືອບິນ Boeing B 777-200 ຂອງ ມາ​ເລ​ເຊຍ ຖືກ​ຫາຍ​ສາບ​ສູນ​ເກີດ​ຂຶ້ນ​ມາ​ເປັນ​ເວລາ 4 ມື້​ແລ້ວ ​ແລະ ​ໄດ້​ມີຫລາຍ​ປະ​ເທດ​​ມານະ​ພະຍາຍາມ​​ເຂົ້າ​ຮ່ວມ​ການ​ຊອກ​ຫາ, ​ແຕ່​ມາ​ຮອດ​ປະຈຸ​ບັນ ຍັງ​ບໍ່​ທັນມີ​ຂ່າວ​ຄາວ​ໃດ​ທີ່​ກ່ຽວຂ້ອງ​ເຖິງ​ເຮືອບິນ​ລຳ​ທີ່​ຖືກ​ຫາຍສາຍ​ສູນນີ້​ເທື່ອ.

ຂ່າວ/ບົດ​ອື່ນ