ຫວຽດນາມສືບຕໍ່ຖືຢີປຸ່ນເປັນຄູ່ຮ່ວມມືຍຸດທະສາດທີ່ໃກ້ຊິດແລະຍາວນານ

ຫວຽດນາມສືບຕໍ່ຖືຢີປຸ່ນເປັນຄູ່ຮ່ວມມືຍຸດທະສາດທີ່ໃກ້ຊິດແລະຍາວນານ - ảnh 1
ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວນ​ຟຸກ ​ຕ້ອ​ນ​ຮັບ​​
ທ່ານ Fumio Kishida ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຢີ​ປຸ່ນ
(ພາບ: TTXVN)

(vovworld)-​ ຫວຽດ​ນາມ​ສືບ​ຕໍ່​​ຖື ຢີ​ປຸ່ນ ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ໃກ້​ຊິດ​ຕິດ​ແທດ ແລະ​ ຍາວ​ນານ ນີ້​ແມ່ນ​ຄຳ​ຢືນ​ຢັນ ຂອງ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວນ​ຟຸກ ທີ​ການ​ຕ້ອ​ນ​ຮັບ​​ທ່ານ Fumio Kishida ລັດ​ຖະ​ມົນ​ຕີ​ວ່າ​ການ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຢີ​ປຸ່ນ ໃນ​ຕອນ​ບ່າຍ​ວັນ​ທີ 5/5 ຢູ່ ຮ່າ​ໂນ້ຍ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວນ​ຟຸກ ສະ​ເໜີ​ ສອງ​ຝ່າຍ​ຕັ້ງ​ໜ້າ​ຮ່ວມ​ມື ເພື່ອ​ຜັນ​ຂະ​ຫຍາຍ​ ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ໄດ້​ເຊັນກັນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເຊື່ອມ​ຕໍ່​ສອງ​ພື້ນ​ຖານ​ເສດ​ຖະ​ກິດ  ​ນັບທັງ​​ຂັ້ນສູນ​ກາງ ແລະ ທ້ອງ​ຖິ່ນ, ກໍ່​ຄື​ການ​ສືບ​ຕໍ່​ສະ​ໜອງ ໜູນ​ຊ່ວຍ​ການ​ພັດ​ທະ​ນາ ​ຢ່າ​ງເປັນທາງ​ການ (ODA) ຢູ່​ລະ​ດັບ​ສູງ ໃຫ້​ແກ່ຫວຽດ​ນາມ ໃນ​ປີ​ການ​ເງິນ 2016. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວນ​ຟຸກ ກໍ່​ສະ​ເໜີ ຢີ​ປຸ່ນ ໜູນ​ຊ່ວຍ​ ຫວຽ​ດ​ນາມ ຮັບ​ມື​ກັບ​ການ​ປ່ຽນ​ແປງ ​ຂອງ​ດີນ​ຟ້າ​ອາ​ກາດ, ເປັນ​ຕົ້ນ​ແມ່ນ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລຊືມ​ເຂົ້າໃນ​ໄລ​ຍະ​ຍາວ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ ຢີ​ປຸ່ນ ​ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ ເພື່ອ​​ຄາດ​ໝາຍ​ລວມ ແລະ ຮັບ​ປະ​ກັນ ​ຄວາມ​ສະ​ຫງົບ​, ​ປອດ​ໄພ ​ຄວາມ​ເສ​ລີ​ ໃນ​ການ​ເດີນ​ທະ​ເລ, ​ທາງ​ການ​ບີນ, ແກ້​ໄຂ​ ບັນ​ດາ ການ​ຂັດ​ແຍ້ງ​ກັນ ​ ຢູ່​ທະ​ເລ​ຕາ​ເວ​ັນ​ອອກ ດ້ວຍ​ສັນ​ຕິ​ວິ​ທີ ຕາມ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັ​ບ ​ກົດ​ໝາຍ​ ວ່າ​ດ້ວຍ​ທະ​ເລ ປີ 1982.

        ສ່ວນ ທ່ານ ລັດ​ຖະ​ມົນ​ຕີ​ວ່າ​ການ Fumio Kishida  ຢັ້ງ​ຢືນຫຼັກ​ໝັ້ນ ຂອງ ຢີ​ປຸ່ນ ສຳ​ລັບ​ຫວຽດ​ນາມ​ ແມ່ນບໍ່​ປ່ຽນ​ແປງ, ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ ການ​ພົວ​ພັນ​ກັ​ບ ຫວຽດ​ນາມ.

ຂ່າວ/ບົດ​ອື່ນ