ຫວຽດນາມສືບຕໍ່ນຳໜ້າກ່ຽວກັບຈຳນວນນັກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມກຳປູເຈຍ

ຫວຽດນາມສືບຕໍ່ນຳໜ້າກ່ຽວກັບຈຳນວນນັກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມກຳປູເຈຍ  - ảnh 1
ອັງກຳວັດຢູ່ຊຽມຣຽບ
(ພາບອິນເຕີແນດ)

(vovworld) – ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ທ່ອງ​ທ່ຽວກຳປູ​ເຈຍ ​ໃນ​ວັນ​ທີ 17/2 ​ແລ້ວ, ຫວຽດນາມ​ ສືບ​ຕໍ່​ນຳ​ໜ້າ​ກ່ຽວ​ກັບ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ຢ້ຽມຢາມ​ກຳປູ​ເຈຍ​ໃນ​ປີ 2013, ດ້ວຍ​ກວ່າ 800.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 12% ​ເມື່ອ​ທຽບ​ໃສ່​ປີ 2012. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຍາມ​ໃດ​ຫວຽດນາມ​ ກໍ່​ແມ່ນ​ປະ​ເທດ​ທີ່​ມີ​ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ກຳປູ​ເຈຍ​ ຫຼາຍ​ກວ່າ​ໝູ່, ກວມ​ສະ​ເລ່ຍ 20% ຈຳນວນ​ນັກ​ທ່ອງ​ທ່ຽວ. ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ກຳປູ​ເຈຍ ສ່ວນ​ຫຼາຍ​ເຄີຍ​ໄປ​ຢ້ຽມຢາມ ຊຽມຣຽບ, ບ່ອນ​ທີ່​ມີ​ອັງ​ກໍ​ວັດ​ທີ່​ມີ​ຊື່​ສຽງ ​ແລະ ລາດ​ຊະ​ວັງ​ຢູ່​ນະຄອນຫຼວງ​ພະນົມ​ເປັນ, ນອກ​ນັ້ນ​ນັກ​ທ່ອງ​ທ່ຽວ​ຍັງເອົາ​ໃຈ​ໃສ່​ເຖິງ​ທະ​ເລ​ໜອງ ​ແລະ ​ເຂດ​ວິຫານ Preah Vihear  ຢູ່ໃກ້​ກັບ​ຊາຍ​ແດນ​ຂອງ​ໄທອີກ.

ຂ່າວ/ບົດ​ອື່ນ