ຫວຽດນາມສືບຕໍ່ບັນດາມາດຕະການເຈລະຈາໂດຍສັນຕິເພື່ອຮຽກຮ້ອງຈີນຖອນຮ້ານເຈາະນ້ຳມັນອອກຈາກເຂດເສດຖະກິດຈຳເພາະ

ຫວຽດນາມສືບຕໍ່ບັນດາມາດຕະການເຈລະຈາໂດຍສັນຕິເພື່ອຮຽກຮ້ອງຈີນຖອນຮ້ານເຈາະນ້ຳມັນອອກຈາກເຂດເສດຖະກິດຈຳເພາະ - ảnh 1
ທ່ານ ​ເລ​ຫາຍ​ບີ​ງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​
photo:nld.com.vn

(vovworld)-ວັນ​ທີ 15/5, ທີ່​ການປະຊຸມ​ຂ່າວ​ປະຈຳ​ເດືອນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ ​ເລ​ຫາຍ​ບີ​ງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ມື້​ຜ່ານ​ມາ, ຫວຽດນາມ ສືບ​ຕໍ່​ເຈລະຈາ​ກັບ​ຈີນຢ່າງ​ເຂັ້ມ​ງວດຢູ່​ທຸກ​ຂັ້ນ, ດ້ວຍ​ຫລາຍ​ຮູບ​ການ​ເພື່ອ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ ​ໄຮ່​ຢາງ 981 ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ​ແຕ່​ວ່າ ມາ​ຮອດ​ປະຈຸ​ບັນ, ຈີນ ຍັງ​ຄົງ​ສືບ​ຕໍ່​ຮັກສາ ​ແລະ ​ເປີດ​ກວ້າງ​ການ​ກະທຳ​ທີ່​ຜິດພາດ​ຂອງ​ຕົນ. ບໍ່​ພຽງ​ແຕ່​ສືບ​ຕໍ່​ລະດົມ​ບັນດາ​ກຳ​ປັ່ນ, ​ໃນ​ນັ້ນ ມີ​ກຳ​ປັ່ນ​ທະຫານ​ຫລາຍ​ລຳ​ເທ່ົາ​ນັ້ນ ຫາກ​ຈີນ ຍັງ​ມີ​ການ​ກະທຳ​ກະ​ມຶງ​ກະມັງ​ນາບ​ຂູ່, ສະກັດ​ກັ້ນ​ບັນດາ​ກຳລັງ​ປະຕິບັດ​ຫນ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕຂອງ​ຫວຽດນາມ. ຫວຽດນາມ ຄັດຄ້ານ​ຢ່າງ​ແຮງ​ການ​ກະທຳ​ດັ່ງກ່າວ​ຂອງ​ຈີນ, ​ເດັດດ່ຽວ​ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ກຳ​ປັ່ນ, ​ເຮືອບິນ​ທັງ​ໝົດ​ອອກ​ຈາກ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ບໍ່​ໃຫ້​ເກີດ​ການ​ກະທຳ​ຄ້າຍຄື​ກັນ​ໃນ​ອະນາຄົດ.

ຫວຽດນາມ ສືບ​ຕໍ່​ນຳ​ໃຊ້​ທຸກ​ມາດ​ຕະການ​ທີ່​ຈຳ​ເປັນ, ​ສອດ​ຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ ບຸລິມະສິດ​ບັນດາ​ມາດ​ຕະກາ​ນສັນຕິພາບ, ​ເພື່ອ​ປົກ​ປັກ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ.

​ເມື່ອ​ຕອບ​ຄຳ​ຖາມ​ທີ່​ວ່າ: ມີ​ເລື່ອງ ຫວຽດນາມ ພ້ອມ​ກັບ ຟິລີບ​ປີນ ​ເຕົ້າ​ໂຮມ​ກຳລັງ​ໃນ​ອາ​ຊຽນ ​ເພື່ອ​ກໍ່​ກຳລັງ​ດັນ​ຕໍ່​ຈີນ ຫລື​ບໍ່, ທ່ານ​ເລ​ຫາຍ​ບີ່​ງ ​ໄດ້​ປະຕິ​ເສດ​ຂ່າວ​ຄາວ​ດັ່ງກ່າວ ​ແລະ ຢືນຢັນ​ວ່າ:

“ຂ້າພະ​ເຈົ້າ​ຢືນຢັນ​ວ່າ: ຂ່າວ​ຄາວ​ນີ້​ບໍ່​ມີ​ຫລັກ​ຖານ. ຄື​ດັ່ງ​ພວກ​ເຮົາ​ໄດ້​ຮູ້​ນຳ​ກັນ​ແລ້ວ, ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນຜ່ານ​ມາ, ບັນດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ໄດ້​ອອກ​ຖະ​ແຫລງການສະ​ເພາະ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ​ເປັນ​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ກໍ​ຄື​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຂອງ​ບັນດາ​ປະ​ເທດ ອາ​ຊຽນ ສຳລັບ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື​້ນ.”

        ທ່ານ​ເລ​ຫາຍ​ບີ​ງ ​ກໍເນັ້ນ​ຫນັກ​​ວ່າ: ຫວຽດນາມ ​ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ບັນດາ​ປະ​ເທດ, ສ່ວນ​ບຸກຄົນ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ ​ໄດ້​ຄັດຄ້ານ​ການ​ກະທຳ​ຜິດ​ກົດໝາຍ​ຂອງ​ຈີນ​ ກໍ​ຄື​ສະຫນັບສະຫນູນ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຊອບ​ທຳ ​ແລະ ຖືກຕ້ອງ​ກັບ​ກົດໝາຍ​ຂອງ​ຫວຽດນາມ.

ກ່ຽວຂ້ອງ​ເຖິງ​ກໍລະນີ​ກໍ່ຄວາມ​ວຸ່ນວາຍຢູ່​ເຂດ​ອຸດສາຫະກຳ ບີ​ງ​ເຢືອງ ​ແລະ ​ເຂດ​ເສດຖະກິດ ຫວູງອາງ ຮ່າ​ຕີງ, ທ່ານ​ເລ​ຫາຍ​ບີ​ງ ຊີ້​ແຈ້ງວ່າ: ​ເລື່ອງ​ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ ​ແລະ ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ແມ່ນ​ວຽກ​ງານ​ອັນ​ຊອບ​ທຳ, ​ແຕ່​ການ​ກະທຳ​ນີ້​ຕ້ອງ​ຖືກຕ້ອງ​ກັບ​ກົດໝາຍ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ຫວຽດນາມ ພວມ​ຮີບ​ເຮັ່ງ​ຈັບ​ຕົວ​ບັນດາ​ບຸກຄົນ​ກໍ່​ຄວາມ​ວຸ້ນວາຍ​ເພື່ອ​ປັບ​ໄຫມ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ.

ຕອບກັບ

ຂ່າວ/ບົດ​ອື່ນ