ຫວຽດນາມສືບຕໍ່ປະກອບສ່ວນຕັ້ງໜ້າ ເຂົ້າໃນວິວັດການ ສ້າງປະຊາຄົມ ອາຊຽນ

ຫວຽດນາມສືບຕໍ່ປະກອບສ່ວນຕັ້ງໜ້າ ເຂົ້າໃນວິວັດການ ສ້າງປະຊາຄົມ ອາຊຽນ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ
(ພາປະກອບ)


(vovworld) – ວັນ​ທີ 29/11, ຢູ່ ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ດ້ວຍ​ຖານະ​ເປັນ​ອົງການ​ປະສານ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮ່ວມ​ມື ອາ​ຊຽນ, ຈັດ​ຕັ້ງ​ກອງ​ປະຊຸມ​ລະຫວ່າງ​ກະຊວງ, ຂະ​ແໜງ​ການ​ເພື່ອ​ແນ​ໃສ່​ສະຫລຸບ, ຕີ​ລາຄາ​ສະພາບ​ການ​ຮ່ວມ​ມື​ຂອງ ຫວຽດນາມ ​ໃນ ອາ​ຊຽນ ປີ 2013, ກຳນົ​ດທິດ​ທາງ​ການ​ເຂົ້າ​ຮ່ວມການ​ຮ່ວມ​ມື ອາ​ຊຽນ ຂອງ ຫວຽດນາມ ​ແຕ່​ນີ້​ຮອດ​ປີ 2015, ກໍ່​ຄື​ສ້າງ​ວິ​ໄສ​ທັດ​ປະຊາ​ຄົມ ອາ​ຊຽນ ​ໄລຍະ​ຫຼັງ​ປີ 2015. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ​ເປັນ​ປະທານ​ກອງ​ປະ​ຊຸມ.

    ບັນດາ​ຜູ້​ແທນ​ເນັ້ນ​ໜັກ​ການ​ເຂົ້າ​ຮ່ວມ​ຮ່ວມ​ມື ອາ​ຊຽນ ຂອງ ຫວຽດນາມ ​ໃນ​ປີຜ່ານມາ​ແມ່ນ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ. ພົ້ນ​ເດັ່ນ​ແມ່ນ​ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກອື່ນ​ຊຸກຍູ້​ປະຕິບັດ​ຖືກ​ຕາມ​ຄວາມ​ຄືບ​ໜ້າ​ໃນ​ຈຸດ​ສຸມ​ບຸລິມະສິດ​ຂອງ​ອາ​ຊຽນ​ໃນປີ 2013.

    ກ່າວ​ຄຳ​ເຫັນ​ສຳ​ຫລຸບ​ກອງ​ປະຊຸມ, ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ​ເນັ້ນ​ໜັກ​ວ່າ: ​ເຖິງ​ວ່າ ອາ​ຊຽນ ບັນລຸ​ໄດ້​ບັນດາ​ໝາກຜົນ​ເປັນ​ໜ້າ​ຊື່​ນຊົ​ມ​ໃນ​ປີຜ່ານມາກໍ່ຕາມ, ແຕ່ອາ​ຊຽນ ຍັງ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຮຽກຮ້ອງ​ໃຫ້​ແຕ່ລະ​ປະ​ເທດ​ສະມາຊິກ​ຕ້ອງ​ມານະ​ພະຍາຍາມ​ຫຼາຍກ່ວາ​ອີກ. ສຳລັບ ຫວຽດນາມ ​ແລ້ວ, ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວີ​ງ ຊີ້​ແຈ້ງວ່າ:

    “ວິວັດ​ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ບໍ່​ພຽງ​ແຕ່​ຢຸດຕິ​ໃນ​ວັນ​ທີ 31/12/2015 ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ສ້າງ​ການ​ກຳນົດ​ທິດ​ເພື່ອ​ໃຫ້ ອາ​ຊຽນ ສືບ​ຕໍ່​ພັດທະນາ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ຢູ່​ພາກ​ພື້ນ​ພາຍຫຼັງ​ປີ 2015. ດັ່ງ​ນັ້ນ, ຫວຽດນາມ, ດ້ວຍ​ບົດບາດ​ເປັນ​ສະມາຊິກ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ​ໃນ​ອາ​ຊຽນ, ຈະ​ສືບ​ຕໍ່​ປະກອບສ່ວນ​ຍ້ອນ​ວ່າ ນີ້​ແມ່ນ​ຜົນ​ປະ​ໂຫຍ​ດທີ່ແທດຈິງຂອງ​ພວກ​ເຮົາ. ​ແຕ່​ນີ້​ຮອດ​ປີ 2015, ​ເມື່ອ​ອາ​ຊຽນ ສ້າງ​ປະຊາ​ຄົມ, ພວກ​ເຮົາ​ບໍ່​ພຽງ​ແຕ່​ສະໜັບສະໜູນ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ເທົ່າ​ນັ້ນ ຫາກ​ຍັງ​ຖື​ນັ້ນ​ແມ່ນ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ ຫວຽດນາມ ​ແລະ ຈະ​ເປັນ​ເຈົ້າ​ການ, ປະກອບສ່ວນ​ຢ່າງ​ມີ​ຄວາມ​ຮັບຜິດຊອບ”

ຂ່າວ/ບົດ​ອື່ນ